ບອນນົກຂຸ້ມ / Chinese taro

ການນຳໃຊ້
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Alocasia cucullata (Lour.) G.Don / Araceae
ຊື່ພ້ອງ
Alocasia rugosa (Desf.) Schott
Arum cucullatum Lour.
Caladium colocasia Schott ex Wight
Caladium cucullatum (Lour.) Pers.
Caladium rugosum Desf.
Colocasia cochleata Miq.
Colocasia cucullata (Lour.) Schott
Colocasia rugosa (Desf.) Kunth
Panzhuyuia omeiensis Z.Y.Zhu
ຊື່ອື່ນ
Thai: ຫວ້ານນົກຄຸ່ມ, ຫວ້ານນາງກວັກ
Eng: Chinese taro, Buddha's Palm
ບັນຍາຍລັກສະນະພືດສາດ

ບອນນົກຂຸ້ມ ຈັດຢູ່ໃນພືດປະເພດລົ້ມລຸກ ແຕກໜໍ່ ແລະ ກິ່ງກ້ານຫຼາຍ, ມີເຫງົ້າຍາວ 30-60 ຊມ, ຂະຫຍາຍພັນດ້ວຍການແຕກໜໍ່. ລັກສະນະຂອງໃບເປັນຮູບໄຂ່ ປາຍແຫຼມ, ໂຄນໃບເປັນຮູບຫົວໃຈ, ໃບມີຂະໜາດກວ້າງປະມານ 10-18 ຊມ ແລະ ຍາວປະມານ 15-30 ຊມ. ດອກບອນນົກຂຸ້ມຈະອອກດອກເປັນຊໍ່ ມີລັກສະນະເປັນແທ່ງກົມຍາວ, ຊໍ່ດອກນັ້ນຈະມີກາບຫຸ້ມ ກາບຫຸ້ມນັ້ນຈະມີຂະໜາວຍາວກວ່າຊໍ່ດອກ. ຢູ່ໃນຊໍ່ດອກຈະມີທັງເພດຜູ້ ແລະ ເພດແມ່ ຊືື່ງດອກເພດຜູ້ຈະມີຫຼາຍກວ່າເພດແມ່. ໝາກເປັນໝາກສົດ ພາຍນອກມີເນື້ອນຸ້ມ ແຕ່ພາຍໃນມີເມັດສີແດງ.

ບັນຍາຍການນຳໃຊ້

ເພິ່ນຈະນິຍົມປູກເປັນໄມ້ປະດັບທົ່ວໄປ ຊື່ງເຊື້ອວ່າພືດຊະນິດນີ້ເປັນພືດນໍາໂຊກ. ເຫງົ້າຂອງບອນນົກຂຸ້ມສາມາດຮັບປະທານໄດ້ ແລະ ໃຊ້ເປັນຢາສະໝຸນໄພຂອງຊາວຈີນ, ໃນປະເທດຈີນຈະນໍາໃຊ້ທັງຕົ້ນເປັນຢາໃຊ້ພາຍນອກໃນການຮັກສາງູກັດ, ຝີ ແລະ ພະຍາດໄຂຂໍ້.

ການປະກອບສ່ວນ