ເຫັດໂຕ່ງຝົນໃຫຍ່ / Swine’s stomach mushroom

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Pleurotus giganteus (Berk.) Karun. & K.D. Hyde / Pleurotaceae
ຊື່ພ້ອງ
Lentinus giganteus Berk.,
Panus giganteus (Berk.) Corner,)
Pocillaria gigantea (Berk.) Kuntze,
Velolentinus giganteus (Berk.) Overeem,
ຊື່ອື່ນ
Thai: ເຫັດໂຕ່ງຝົນ
Eng: Oyster mushroom
ບັນຍາຍລັກສະນະພືດສາດ

ແມ່ນເຫັດຊະນິດໜື່ງທີ່ດອກໃຫຍ່ຜິດປົກກະຕິຂອງ Pleurotus ທີ່ມີການຕິດກາງໝວກ ແລະ ບໍ່ມີຮູບຮ່າງຄືຫອຍນາງລົມ ແຕ່ວ່າຄືຈວຍ, ມີສີເທົາຫາສີນໍ້າຕານ, ມີຂະໜາດໃຫຍ່ເຖິງ 160 ມມ ແລະ ຂອບດອກໂຄ້ງລົງ. ກ້ານມີສີນໍ້າຕາານ, ຫຍາບ ແລະ ມີຮາກເລິກລົງໄປຫາໄມ້ທີ່ຝັງໃນດິນ ພົ້ຮຈາກດິນປະມານ 70-150 x 10-21 ມມ, ສີເທົາ ແລະ ຈາງສ່ວນທີ່ຢູ່ໃຕ້ດິນຫຍາບ ແລະ ຂາວ. ເນື້ອແໜ້ນ.

ບັນຍາຍການນຳໃຊ້

ມີການບໍລິໂພກຫຼາຍບ່ອນ. ມີການບໍລິໂພກໃນລາວ, ມີຂາຍຕາມຕະຫຼາດ ແລະ ຂ້າງທາງ. ສາມາດນໍາໄປເຮັດອາຫານໄດ້ຫຼາຍຢາງເຊັ່ນ: ແກງ, ຂົ້ວ.....ເຫັດໂຕ່ງຝົນເປັນເຫັດທີ່ມີທາດຄາຣ໌ໂບໄຮເດຣດສູງ, ມີເສັ້ນໃຍອາຫານຈຳນວນຫຼາຍ, ໂປແທສຊຽມ, ທາດປະສົມຟີໂນລິກ ແລະ ໄຕເທີໂຣນອຍ, ທັ້ງທາດສະກັດຈາກນ້ຳ ແລະ ເຫຼົ້າ. 

ການປະກອບສ່ວນ