ເຫັດໜວດສີຂາວ / crown-tipped mushroom

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Artomyces pyxidatus (Pers.) Jülich / Auriscalpiaceae
ຊື່ພ້ອງ
Calocera digitata Cooke & Massee,
Clavaria coronata Schwein.,
Clavaria petersii Berk. & M.A. Curtis,
Clavaria pyxidata Pers.,
Clavaria pyxidata var. asperospora S.G.M. Fawc 51
Clavicorona coronata (Schwein.) Doty,
Clavicorona pyxidata (Pers.) Doty
Clavicorona pyxidata var. asperospora (S.G.M. Fawc.) Lickey et al.
Merisma pyxidatum (Pers.) Spreng.
ຊື່ອື່ນ
ເຫັດປະກາລັງຂາວ
Thai: ເຫັດປະກາລັງຂາວ
Eng: crown-tipped mushroom
ບັນຍາຍລັກສະນະພືດສາດ

ດອກຂ້ອນຂ້າງງາມເດັ່ນ, ສີຂາວໝົ່ນ ແລະ ປາຍແໜງຄືມົງກຸດ, ເກີດເທິງໄມ້. ສູງເຖິງ 45 ມມ ແລະ ກວ້າງ 45 ມມ. ກ້ານສີຂາວ ແຕກເປັນ 3-4 ແໜງ, ແຕ່ລະກ້ານມີເຖິງ 5 ແໜງ. ແໜງມີສີເຫຼືອງອ່ອນຫາສີເຫຼືອງສົດ ແລະ ຍັງມີຈຸດສີແດງໝົ່ນບາງບ່ອນ. ປາຍແໜງຄ້າຍມົງກຸດ ມີ 3-5 ຈອມ, ມີຂາວສົດ ແລະ ບໍ່ເມືອກ. ກິ່ນມັນເຜັດ. ລົດຊາດຂ້ອນຂ້າງຂົມ. ລາຍພີມສະປໍສີຂາວ.

ບັນຍາຍການນຳໃຊ້

ມີການບັນທຶກວ່າກິນໄດ້ໃນລາວ. ໃນອາເມລິກາເໜືອຖືວ່າເປັນສິ່ງທີ່ກິນໄດ້ ຜູ້ບໍລິໂພກຄັ້ງທໍາອິດຕ້ອງເລີ່ມກິນໃນປະລິມານທີ່ໜ່ອຍ.

ການປະກອບສ່ວນ