ຕົ້ນໝາກລະມຸດ / Spodilla

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Manilkara zapota (L.) P.Royen / Sapotaceae
ຊື່ພ້ອງ
Achradelpha mammosa (L.) O.F.Cook
Achras breviloba (Gilly) Lundell
Achras calderonii (Gilly) Lundell
Achras conzattii (Gilly) Lundell
Achras coriacea Lundell
ຊື່ອື່ນ
ລາວ: ຕົ້ນລະມຸດ
ໄທ: ລະມຸດ, ລະມຸດຝັ່ຣງ
ອັງກິດ: Spodilla, apota, chikoo, nispero
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນຂະໝາດກາງ, ສູງ 5-15 ມ. ລໍາຕົ້ນຊື່ ແລະ ເປັນຊົງພຸ່ມໃຫຍ່, ເປືອກຈະມີສີເທົາ ຫຼື ສີເທົາປົນນໍ້າຕານແກ່, ຢາງສີຂາວ. ກິ່ງກ້ານ, ຈະແຕກອອກຕາມຮອຍຕາຂອງລໍາຕົ້ນ. ໃບຈັບສະຫຼັບ, ຮູບໄຂ່ ຫຼື ຮູບຮີ, ກ້ວາງ 3-6 ຊມ, ຍາວ 10-15 ຊມ, ກ້ານຍາວ 10-15 ຊມ, ແຜ່ນໃບສີຂຽວອ່ອນ ແລະ ເຫຼື້ອມ. ດອກອອກເປັນຊໍ່ຄ້າຍຄືກັບດອກຈໍາປາທີ່ເກີດຕາມປາຍກິ່ງງ່າ, ມີ 3-4 ດອກຕໍ່ຊໍ່, ດອກຈູມຄືກັບດອກບົວ ມີ 4 ຫລ່ຽມ, ປົກຄຸມດ້ວຍສີນໍ້າຕານແກ່, ເມື່ອບານຈະສັງເກດເຫັນກີບເປັນສີຂາວ, ມີ 3-4 ກີບ, ດອກສົມບູນເພດ. ໝາກກົມຄ້າຍຄືກັບໝາກກອກ ຫຼື ຄ້າຍຄືໄຂ່ຫ່ານ, ໝາກອ່ອນຮູບຮ່າງກົມ, ເມື່ອໃຫຍ່ເຕັມທີ່ເປັນຮູບສ້ວຍຍາວ, ສີນໍ້າຕານແກມເຫຼືອງ,  ໝາກສຸກເປືອກສີນໍ້າຕານແກມຂາວເລັກໝ້ອຍ ແລະ ນວນແໝ້ນ.

ບັນຍາຍການນຳໃຊ້

ໝາກລະມຸດມີຄຸນຄ່າທາງດ້ານອາຫານສູງສົມຄວນ ປະກອບດ້ວຍທາດອາຫານຫຼາຍຊະນິດ. ບໍາລຸງກໍາລັງ. ທາດໂປຼຕິນ 0.5 ກຼາມ, ການຊຽມ 11 ມີນລີກຣາມ, ທາດແປ້ງ 12.5 ກຣາມ, ທາດເຫຼັກ 0.7 ມິນລີກຣາມ, ໄຂມັນ 0.5 ກຣາມ, ວິຕາມິນC 14 ມິນລີກຣາມ, ວິຕາມິນເອ 230 ໝ່ວຍ, ໄທອາມີນ 0.02 ມິນລີກຣາມ, ໂຣໂບຟຼາວິນ 0.04 ມິນລີກຣາມ, ໄນອາຊີນ 0.4 ມິນລີກຣາມ, ພະລັງງານ 51 ແຄຣໍລີ. ເປັນໝາກໄມ້ທີ່ນິຍົມຮັບປະທານ, ມີຣົດຫວານ, ນຸ່ມ, ບາງພັນກອບຫວານ. ນ້ຳຢາງສີຂາວຈາກລຳຕົ້ນ ແລະ ກີ່ງໃຊ້ເປັນຢາງຕິດແມງໄມ້. ໝາກສຸກໃຊ້ສາມາດເຮັດໝາກໄມ້ກະປ໋ອງ ຫຼື ຂວດ. ເນື້ອໝາກນຳໃຊ້ມາແປຮູບເຮັດເປັນຜະລິດຕະພັນແຍມ ແລະ ອື່ນໆ. ນອກຈາກນີ້ຍັງສາມາດເຮັດເປັນໃນຮູບແບບນ້ຳເຊື່ອມ.

ການປະກອບສ່ວນ