ຕົ້ນໝາກຄໍແລນ / Korlan

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Nephelium hypoleucum Kurz / SAPINDACEAE
ຊື່ພ້ອງ
ຊື່ອື່ນ
ລາວ: ຕົ້ນໝາກຄໍແລນ, ໝາກແງວ
ໄທ: ຄໍແລນ, ຄໍລັງ, ມະແງວ, ມະເເງະ, ບັກແງວ, ໝັກແງວ, ໝາກແງວ, ລິ່ນຈີປ່າ
ບັນຍາຍລັກສະນະພືດສາດ

ຕົ້ນໝາກຄໍແລນເປັນໄມ້ຢືນຕົ້ນຂະໝາດກາງ ເປັນໄມ້ປ່ຽນໃບ, ສູງ 10-20 ມ. ລໍາຕົ້ນຕັ້ງຊື່, ເປືອກລຽບສີນໍ້າຕານ ໃບປະສົມແບບຂົນນົກ, ຈັບແບບລຽງສະຫຼັບ, ໃບຍ່ອຍ ມີ 3-10 ໃບ, ແຜ່ນໃບຮູບຂອບຂະໜານ, ຍາວ 10-20 ຊມ, ກ້ວາງ 3-8 ຊມ, ໂຄນໃບມົນ ຫຼື ບ່ຽວ, ຂອບໃບລຽບ, ປາຍໃບແຫຼມ, ຜິວໃບສີຂຽວໝາກ້ຽງ. ດອກອອກແບບແຍກຂະແໝງອອກຢູ່ປາຍກິ່ງ, ດອກສີຂາວ, ໂຄນກີບຮອງດອກຈະຕິດກັນເປັນຮູບຖ້ວຍປາກກ້ວາງ, ປາຍແຍກເປັນ 5 ແສກ, ກີບດອກແມ່ບໍ່ມີ, ມີເກສອນຜູ້ 5 ອັນ, ມີເຕົ້າໄຂ່ກົມ ແລະ ມີຂົນປົກຄຸມ. ໝາກຮູບຮີ,  ເສັ້ນຜ່າສູນກາງກ້ວາງ 1.5-2 ຊມ, ຍາວ 2.5-3 ຊມ, ເປືອກເປັນຕູບ, ໝາກອ່ອນຈະເປັນສີຂຽວ, ໝາກແກ່ຈະອອກເປັນສີແດງເຂັ້ມ ໝາກມີແກ່ນ 1 ແກ່ນ ແລະ ມີເນື້ອເຍື່ອໃສໆ ແລະ ນໍ້າຫຸົ້ມແກ່ນຢູ່. ໃນປະຈຸບັນຕົ້ນໝາກຄໍແລນເປັນໝາກໄມ້ທີ່ຫາກິນໄດ້ຍາກເພາະມັນໃກ້ຈະສູນພັນ ເພາະບໍ່ຄ່ອຍມີຄົນປູກ.

ບັນຍາຍການນຳໃຊ້

ໝາກສຸກມີລົດຊາດສົ້ມຫວານ. ກິນເປັນໝາກໄມ້ ແລະ ໝາກສົ້ມກັບແຈ່ວ. ຍັງຊວ່ຍການສ້າງອູນຫະພູມຄຸ້ມກັນ,  ຕ້ານນຸມູນອິສະລະ, ຊຸ່ມຄໍ, ເພີ່ມພະລັງງານ, ຄອບຄຸມລະດັບນໍ້າຕານໃນເລືອດ, ເບົາຫວານ, ຍ່ອຍອາຫານ, ຢາລະບາຍ, ຕົ້ນໝາກຄໍແລນເປັນໄມ້ເນື້ອໝຽວ ແຂງ ລະອຽດ ສາມາດນໍາໄປໃຊ້ເຄື່ອງມືອຸດສາຫະກໍາ ເຮັດຄັນໄຖ ແລະ ອື່ນໆ.

ການປະກອບສ່ວນ