ຜັກບີອ່ຽນ / Bcode

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Hydrolea zeylanica (L.) Vahl / HYDROLEACEAE
ຊື່ພ້ອງ
Hydrolea zeylanica (L.) Vahl
Hydrolea zeylanica var. ciliata Choisy
ຊື່ອື່ນ
ລາວ: ຜັກບີອ່ຽນ
ໄທ: ຜັກກະເດີຍງ, ບີປາໄຫຼ, ບີອ່ຽນ, ປໍຜີ, ໄສ້ອ່ຽນ
ບັນຍາຍລັກສະນະພືດສາດ

ຜັກບີອ່ຽນເປັນໄມ້ລົ້ມລຸກປີດຽວ, ເລືອໄປຕາມດິນ, ສູງ 10-30 ຊມ, ລໍາຕົ້ນສີຂຽວອ່ອນ ແລະ ຈະມີຮາກອອກຕາມຂໍ້. ໃບດ່ຽວ, ຈັບກົງກັນຂ້າມແບບລຽງສະຫຼັບ, ໃບຂອບຂະໜານ, ຍາວ 3-5 ຊມ. ກ້ວາງ 0.5-1 ຊມ, ປາຍໃບແຫຼມ, ດອກອອກເປັນຊໍ່, ອອກທີ່ຊອກໃບ ແລະ ປາຍຍອດ, ຊໍ່ດອກຍາວປະມານ 5 ຊມ, ດອກຍ່ອຍສົມບູນເພດຈໍານວນຫຼາຍ, ດອກຍ່ອຍມີເສັ້ນຜ່ານສູນກາງປະມານ 1-1.5 ຊມ, ກ້ານດອກຍ່ອຍຍາວປະມານ 1-3 ມມ, ກາບດອກເປັນສີຂຽວ, ຮູບຫອກ, ມີຂົນນຸ່ມໆ, ໂຄນເຊື່ອມຕິດກັນ, ປາຍແຍກອອກເປັນ 5 ແສກ, ປາຍກີບແຫຼມດ້ານນອກມີຂົນຂື້ນປົກຄຸ່ມ, ຍາວ 4.5-8 ມມ, ຈັບສະຫຼັບກັບກີບດອກ, ກີບດອກຮູບໄຂ່, ມີ 5 ກີບ, ກີບດອກເປັນສີນໍ້າເງີນອົມມ່ວງ ຫຼື ສີມ່ວງອົມຂຽວ, ກາງດອກເປັນສີຂາວ, ຍາວ 3-5 ມມ. ເກສອນຜູ້ 5 ອັນ, ຈັບສະຫຼັບກັບກີບດອກ, ກ້ານຊູເກສອນແມ່ມີ 2 ອັນ, ຖົງເກສອນປັນສີແດງເຂັ້ມ. ໝາກກົມ, ກ້ວາງ 2.5 ມມ, ຍາວ 5 ມມ, ຫໍ່ດ້ວຍກີບຮອງດອກ, ກາບດອກຕິດຄົງທົນ, ພາຍໃນແກ່ນສີດໍາມີຈໍານວນຫຼາຍ.

ບັນຍາຍການນຳໃຊ້

ຍອດອ່ອນໃຊ້ກິນເປັນຜັກສົດ ຫຼື ລວກຊຸບກັບຜັກອື່ນໆ, ກັບປົ່ວ. ກັບແຈ່ວ ຈະມີລົດຊາດຂົມອ່ອນໆ. ມີຊັບພະຄຸນບໍາລຸງຫົວໃຈ, ຕັບ, ເບົາຫວານ, ໄຂ້ມາເລເຣຍ, ຕົ້ິມນໍ້າດື່ມເປັນຢາແກ້ຕາຟາງ. ທັ້ງຕົ້ນນຳໃຊ້ເປັນຢາແກ້ຕາຟາງ, ເປັນຢາບຳລຸງຫົວໃຈ, ຕັບ, ແກ້ໄຂ້ມາເລເຣຍ ແລະ ແກ້ເບົາຫວານ, ໂດຍການນຳໃເອົາຕົ້ນສົດຕົ້ມ 1 ກຳມື ແລ້ວດື່ມກີນປະຈຳ. ແຕ່ສຳຫຼັບຜູ້ຍິງເກີດລູກໃຫມ່ ບໍ່ຄວນດື່ມ ເພາະຈະເຮັດໃຫ້ນ້ຳນົມແຫ້ງ. 

ການປະກອບສ່ວນ