ຕົ້ນປິດເຕາະ / Porcupine flower

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Barleria prionitis L. / Acanthaceae
ຊື່ພ້ອງ
Barleria prionitis subsp. ameliae (A.Meeuse) Brummitt & J.R.I.Wood
Barleria prionitis subsp. angustissima (Hochr.) Benoist
Barleria prionitis var. angustissima Hochr.
Barleria prionitis subsp. delagoensis (Oberm.) Brummitt & J.R.I.WoodBarleria prionitis var. diacantha Blatt. & Hallb.
Barleria prionitis subsp. induta (C.B.Clarke) Brummitt & J.R.I.Wood
Barleria prionitis subsp. madagascariensis Benoist
Barleria prionitis subsp. prionitis
Barleria prionitis subsp. prionitoides (Engl.) Brummitt & J.R.I.Wood
Barleria prionitis var. pubescens Kuntze
Barleria prionitis subsp. pubiflora (Benth. ex Hohen.) Brummitt & J.R.I.Wood
Barleria prionitis var. setosa Klotzsch
Barleria prionitis subsp. tanzaniana Brummitt & J.R.I.Wood
ຊື່ອື່ນ
ລາວ: ປິດເຕາະ.
ໄທ: ຕົ້ນອັງກາບໝູ, ຂ້ຽວແກ້ງ, ຂ້ຽວເນື້ອ, ອັງກາບ, ມັນໄກ່ ເປັນຕົ້ນ.
ບັນຍາຍລັກສະນະພືດສາດ

ເປັນໄມ້ຟຸ່ມ, ສູງ 1–1.5 ມ, ແຕກກີ່ງກ້ານຈຳນວນຫຼາຍ, ມີລຳຕົ້ນກ້ຽງ, ມີໜາມຍາວຢູ່ອ້ອມຂໍ້. ໃບດ່ຽວ, ຈັບກົງກັນຂ້າມກັນ, ແຜ່ນໃບຮູບໄຂ່ ຫຼື ຮູບຂອບຂະໜານ, ຍາວ 4–12 ຊມ, ປາຍແຫຼມ, ໂຄນຮຽວ, ຂອບໃບມີຂົນແຂງ, ແຜ່ນໃບມີຂົນສັ້ນນຸ່ມກະຈາຍຢູ່ດ້ານລຸ່ມ. ກ້ານໃບຍາວໄດ້ປະມານ 2.5 ຊມ. ດອກອອກເປັນຊໍ່ເປັນຈຸກຕາມຊອກໃບໃກ້ປາຍກີ່ງອອກໜາແໜ້ນ, ໃບປະດັບດອກລັກສະນະເປັນແຖບຍາວປະມານ 1 ຊມ, ໃບປະດັບຍ່ອຍເປັນໜາມຕິດທົນມີຍາວປະມານ 1–1.5 ຊມ, ມີກາບດອກ 4 ກາບ, ລຽນຊ້ອນເຫຼື່ອມກັນຢູ່ມີຂະໜາດບໍ່ເທົ່າກັນ, ຄູ່ນອກຈະມີຂະໜາດໃຫຍ່ກວ່າມີຍາວປະມານ 1.5 ຊມ, ຢູ່ປາຍເປັນຕີ່ງໜາມ, ກີບດອກ 5 ອັນ, ມີສີສົ້ມ ຫຼື ສີເຫຼືອງ, ດ້ານເທີງມີ 4 ກາບ, ມີຄວາມຍາວເທົ່າກັນ, ດອກມີເກສອນເພດຜູ້ 2 ກ້ານ, ຕິດຢູ່ໂຄນກີບດອກ, ມີຍາວປະມານ 3 ມີນລີແມັດ, ເກສອນຜູ້ທີ່ເປັນໝັນມີ 2 ອັນ, ມີຂະໜາດນ້ອຍ, ເຕົ້າໄຂ່ເປັນຮູບໄຂ່, ຍາວ 3–4 ມີນລີແມັດ, ມີຊ່ອງຢູ່ 2 ຊ່ອງ. ໝາກແບບແຄັບຊູນເປັນຮູບໄຂ່ແກມຮູບຂອບຂະໜານ, ມີຄວາມຍາວປະມານ 1.5–2 ຊມ, ດ້ານໃນໝາກມີແກ່ນແປລັກສະນະຄ້າຍຮູບໄຂ່ ມີຍາວ 5–7 ມມ.

ບັນຍາຍການນຳໃຊ້

ຮາກ, ດອກ ນຳມາຕາກແຫ້ງໃຊ້ປຸງເປັນຢາສະໝຸນໄພຊ່ວຍບຳລຸງທາດໃນຮ່າງກາຍ, ຊ່ວຍຈະເລີນທາດໄຟໄດ້ດີ. ໃບເປັນຢາແກ້ໄຂ້, ແກ້ຫວັດດ້ວຍການນຳໃບມາຄັ້ນກິນ, ນ້ຳຄັ້ນຈາກໃບໃຊ້ເປັນຢາຢອດຫູແກ້ຫູອັກເສບ, ຊ່ວຍຂັບຂີ້ກະເທີ່ດ້ວຍການໃຊ້ຮາກທີ່ຕາກແຫ້ງແລ້ວນຳມາຕົ້ມເປັນຢາດື່ມ. ມີຄົນເຄີຍໃຊ້ຮາກຂອງຕົ້ນປິດເຕາະຮັກສາມະເຮັງ, ເນື້ອງອກໃນສະໝອງ ແລະ ເບົາຫວານ ແຕ່ຍັງບໍ່ມີແຫຼ່ງຂໍ້ມູນທີ່ຢືນຢັນວ່າສາມາດຮັກສາໄດ້ຈິງ.

ການປະກອບສ່ວນ