ຕົ້ນໝາກຍົມ / Star gooseberry

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Phyllanthus acidus (L.) Skeels / Phyllanthaceae
ຊື່ພ້ອງ
Averrhoa acida L.
Cicca acida (L.) Merr.
Cicca acidissima Blanco
Cicca disticha L.
Cicca nodiflora Lam.
Cicca racemosa Lour.
Diasperus acidissimus (Blanco) Kuntze
Phyllanthus acidissimus (Blanco) Müll.Arg.
Phyllanthus cicca Müll.Arg.
Phyllanthus cicca var. bracteosa Müll.Arg.
Phyllanthus cochinchinensis (Lour.) Müll.Arg. [Illegitimate]
Phyllanthus distichus (L.) Müll.Arg. [Illegitimate]
Phyllanthus distichus f. nodiflorus (Lam.) Müll.Arg.
Phyllanthus longifolius Jacq.
Tricarium cochinchinense Lour.

ຊື່ອື່ນ
ລາວ: ໝາກຍົມ
ໄທ: ມະຍົມ,ໜັກຍົມ, ໝາກຍົມ, ຍົມ
ພາສາອັງກິດ: Otaheite gooseberry, Malay gooseberry, Tahitian gooseberry, Country gooseberry, Star gooseberry, Starberry, West India gooseberry
ບັນຍາຍລັກສະນະພືດສາດ

ເປັນຕົ້ນໄມ້ຂະໜາດນ້ອຍ, ສູງ 3-10 ແມັດ, ລໍາຕົ້ນຕັ້ງຊື່, ເປືອກຕົ້ນເປັນປຸ່ມປົມ, ກະຕູດ, ສີເທົາປົນນໍ້າຕານ, ແຕກກິ້ງກ້ານແຜ່ກະຈາຍ, ພ່ອຍ ແລະ ແຕກງ່າຍ. ໃບອອກຮຽງສະລັບກັນເປັນ 2 ແຖວຕາມກິ້ງທີ່ຈັບຢູ່ຮອບໆໃກ້ປາຍກິ້ງ, ລັກສະນະໃບຮູບຄ່ອຍຂ້າງເປັນສີ່ລ່ຽມມີຂົນ, ກົກໃບມົນ, ຂອບໃບຮຽບ, ປາຍໃບແຫຼມ, ແຜ່ນໃບບາງ, ສີຂຽວອ່ອນ ຫຼື ຂຽວອົມເຫຼືອງ, ທ້ອງໃບ ຫຼື ດ້ານລ່າງສີນວນ, ກ້ານໃບສັ້ນ. ດອກເປັນຊໍ່ນ້ອຍໆ, ແບບຊໍ່ແຍກແຂນງ, ອອກຊໍ່ດອກຕາມລໍາຕົ້ນ ຫຼືກິ້ງທີ່ບໍ່ມີໃບ, ຊໍ່ດອກສີຊົມພູ ສ່ວນດອກມີຂະໜາດນ້ອຍ, ກົມ, ກີບດອກຮູບທົງກົມ ຫຼື ຮູບທົງກົມແກມຮູບໄຂ່ສີຂຽວອ່ອນ ຫຼື ດອກແດງ, ເປັນດອກແບບສົມມາດຕາມລັດສະໝີ. ໝາກລັກສະນະໝາກກົມແປ້ນຫ້ອຍເປັນພວງລະຍ້າຕາມກິ້ງ ແລະ ລຳຕົ້ນ ມີຂະໜາດນ້ອຍ, ດ້ານເທິງບຸ໋ມ, ດ້ານລ່າງແບນ, ມາກອ່ອນມີສີຂຽວອ່ອນ ແລະ ຈະອອກສີເຫຼືອງອົມຂາວເມື່ອແກ່.ແກ່ນກົມແຂງ ແລະ ເປັນຫລ່ຽມ, ມີໜຶ່ງແກ່ນ.

ບັນຍາຍການນຳໃຊ້

ຮາກມີລົດຈືດເປັນຢາແກ້ພະຍາດຜີວໜັງ. ແກ່ນ ແກ້ຜົດຜື່ນຄັນ, ຊ່ວຍຂັບນໍ້າເຫຼືອງ, ດັບຜິດເສບຫະໂລຫິດ, ປະດົງ, ທາແກ້ຄັນ, ສູດໄອຮ້ອນແກ້ໄອ, ແກ້ຫືບຫອບ, ແກ້ປວດຫົວ.  ນໍ້າຢາງເປືອກມີຜິດເລັກນ້ອຍ ຖ້າກິນເຂົ້າໄປຈະມີອາການປວດທ້ອງຢ່າງຮຸນແຮງ, ປວດຫົວ ແລະ ງ່ວງຊືມ. ເປືອກຕົ້ນ ມີລົດຈືດ ແກ້ຜົດຜື່ນຄັນ. ໃບມີລົດຈືດມັນເປັນຢາແກ້ໄອ, ບໍາລຸງປະສາດ, ຂັບເສບຫະ, ແກ້ຜິດໄຂ້ອີ່ສຸກອີ່ໃສ, ປຸງເປັນສ່ວນປະກອບຂອງຢາຂ້ຽວຮັບປະທານດັບຜິດຮ້ອນ, ຖອນຜິດໄຂ້, ແກ້ໄຂ້ຕົວຮ້ອນ, ໄຂ້ຫວັດຕ່າງໆ, ແກ້ພະຍາດຫັດເຫືອດ, ຕົ້ມລວມກັບໃບໝາກຜູ້ໝາກແມ່, ໃບໝາກເຟືອງ,ອາບແກ້ຜື່ນຄັນ, ຜິດໄຂ້ຫວັດ, ສຸກໃສ, ດຳແດງ ແລະ ຝີດາບ. ນໍ້າຕົ້ມໃບດື່ມພ້ອມໝາກເປັນຢາຂັບເຮື່ອ. ດອກມີລົດສົ້ມຝາດໃຊ້ລ້າງ ແລະ ຝ້າໃນຕາ, ແກ້ພະຍາດໃນຕາໄດ້ດີ. ໝາກມີລົດສົ້ມ, ກັດເສມຫະ, ແກ້ໄອ, ບຳລຸງເລືອດ ແລະ ລະບາຍທ້ອງຕໍາລວມກັບພິກໄທ ເປັນຢາພອກແກ້ປວດກ້າມເນື້ອ ແລະ ປວດຫຼັງ. ນໍ້າຕົ້ມໃບດື່ມພ້ອມກັບໝາກ ເປັນຢາຂັບເຮື່ອ. ໝາກກິນໄດ້ທັງດີບ ແລະ ສຸກ ມີລົດສົ້ມ, ໃຊ້ເຮັດແຍມ ຫຼື ເຊື່ອມກໍ່ໄດ້ ເປັນຢາຝາດສະໜານ, ແກ້ຫຼອດລົມອັບເສບ ແລະ ຂັບປັດສະວະ. ແກ້ໄຂ້ທັບລະດູ ຫຼື ແກ້ໄຂ້ເພື່ອໂລຫິດ ໂດຍໃຊ້ເປືອກຕົ້ມສົດ 1 ກໍາມື ຫຼື ປະມານ 30-50 ກຼາມນໍາມາຊ້ອຍເປັນຕ່ອນ, ຕົ້ມໃນນໍ້າ 1 ລີດ ຄ່ຽວໃຫ້ເຫຼືອເຄິ່ງໜຶ່ງຕອງເອົານໍ້າດື່ມເຊົ້າ ແລະ ແລງ. ແກ້ໄອ, ປວດຫົວ, ພະຍາດຜີວໜັງ, ເຜັດພື່ນຄັນ ໂດຍໃຊ້ຮາກສົດປະມານ 1 ກໍາມື ຫຼື 50 ກຼາມ ລ້າງໃຫ້ສະອາດຕົ້ມໃນນໍ້າ 1 ລີດຕອງເອົານໍ້າດື່ມເປັນປະຈຳ. ຊໍາລະລ້າງ ແລະ ຊໍາລະຝ້າໃນຕາ ໂດຍໃຊ້ດອກສົດນໍາມາຕົ້ມແລ້ວຕອງເອົານໍ້າມາລ້າງຕາ.
 

ການປະກອບສ່ວນ