ຄອນແຄນ / Khon Khaen

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Dracaena angustifolia Roxb. / Asparagaceae
ຊື່ພ້ອງ
Dracaena angustifolia (Medik.) Roxb.
Dracaena angustifolia var. angustior (Ridl.) Jankalski
Dracaena angustifolia var. honoriae F.M.Bailey
ຊື່ອື່ນ
ລາວ: ຄອນແຄນ
ໄທ: ຄອນແຄນ, ຜັກຂົນມ້າ, ປຣໍປານລໍາ, ອິກຣິມປາ, ວັນຊາເຄລກ
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ຄອນແຄນ ເປັນຕົ້ນໄມ້ນ້ອຍທີ່ມີຄວາມສູງປະມານ 2 ມ, ມີລໍາຕົ້ນດ່ຽວ ກົມຊື່ ແລະ ແຕກເປັນງ່າຫຼາຍ ຖ້າວ່າຖືກຕັດ. ໃບຂອງມັນເກີດເປັນຈຸ້ມ ບໍ່ມີກ້ານໃບ ມີຄວາມຍາວຂອງໃບ ລະຫວ່າງ 20-50 ຊມ. ກວ້າງ 1-3 ຊມ. ຊໍ່ດອກຍາວ ປະມານ 40 ຊມ. ມີດອກສິຂຽວອ່ອນຫາຂາວແຕ່ 10-30 ດອກ ຄວາມຍາວຂອງດອກ ປະມານ 1 ຊມ. ໝາກຄອນແຄນ ເປັນໜວ່ຍກົມມີເສັ້ນຜ່າກາງ ປະມານ 0.5 ຊມ ແລະ ມີສີຂາວອົມຂຽວ ຫາສີສົ້ມອົມເຫຼືອງ.

ບັນຍາຍການນຳໃຊ້

ຍອດອ່ອນ, ໝາກອ່ອນ ແລະ ດອກອ່ອນ ສາມາດກິນໄດ້ຖ້າຕົ້ມ ສໍາລັບໜໍ່ຂອງມັນນັ້ນ ມີລົດຊາດຫວານກວ່າໜໍ່ໄມ້ໄຜ່. ລໍາຕົ້ນ ກໍ່ສາມາດນໍາມາຕົ້ມກິນແທນນໍ້າຊາ ທັງເປັນຢາປິ່ນປົວອາການເຈັບທ້ອງ ແລະ ປິ່ນປົວຝີໜອງ. ຮາກ ແລະ ໜໍ່ໃຊ້ເປັນຢາປົວໄອ, ປົວເຈັບທ້ອງ ແລະ ພະຍາດເບົາຫວານໄດ້. ນອກຈາກນັ້ນ ຕົ້ນໄມ້ຊະນິດນີ້ ຍັງປູກເພື່ອປະດັບປະດາອີກດ້ວຍ.

ການປະກອບສ່ວນ