ຫົວສາມພັນຮູ / Baboon’s Head

ການນຳໃຊ້
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Hydnophytum formicarum Jack / Rubiaceae
ຊື່ພ້ອງ
Hydnophytum formicarum Kurz [Illegitimate]
Hydnophytum formicarum subsp. blumei Boerl.
Hydnophytum formicarum var. borneense (Becc.) Becc.
Hydnophytum formicarum var. borneense (Becc.) Becc.
Hydnophytum formicarum var. buxifolium Becc.
Hydnophytum formicarum var. cochincinense Becc.
Hydnophytum formicarum subsp. dubium (Becc.) Boerl.
Hydnophytum formicarum var. latifolium (Miq.) Becc.
Hydnophytum formicarum f. latifolium (Miq.) Becc.
Hydnophytum formicarum var. longifolium Becc.
Hydnophytum formicarum var. lucidum Becc.
Hydnophytum formicarum var. minor Becc.
Hydnophytum formicarum subsp. siamense (Becc.) Boerl.
Hydnophytum formicarum subsp. zollingeri (Becc.) Boerl.
ຊື່ອື່ນ
ລາວ: ຫົວສາມພັນຮູ
ໄທ: ກຣະເຈົ້າພິມົດ, ດາລຸປຸຕາລິມາ, ປຸມເປົ້າ, ຣ້ອຍຣູ.
ວຽດນາມ: ໂອກ່ຽນ, ກີນາມກ່ຽນ.
ອັງກິດ: baboon’s head, ant plant.
ບັນຍາຍລັກສະນະພືດສາດ

ປົກກະຕິ ເປັນພືດພຸ່ມ ອາໄສຢູ່ເທິງພືດອື່ນ ແລະ ມີສ່ວນໜ້ອຍທີ່ເກີດຢູ່ນຳດິນທີ່ຂາດທາດອາຫານ ໃນເຂດສູງ. ມັນໃຫ້ຫົວໃຫຍ່ (ເສັ້ນຜ່າສູນກາງ 10-25 ຊມ). ຫົວຂອງມັນມີຫຼາຍໆຮູ ຊຶ່ງມົດມັກໃຊ້ ເປັນທີ່ຢູ່ອາໃສ. ມົດຈະເຈາະຫົວເປັນຮູ ແລະ ຊ່ວຍປົກປ້ອງພືດ ແລະ ດູດກິນນ໙ຢາງຫວານ ເພື່ອເປັນການແລກປ່ຽນ. ຫົວສາມພັນຮູ ເປັນສີນ໙ຕານມືດ ຫາສີເຖົ່າແກມສີເງິນ. ເຫງົ້າຮາກຜ່ອຍ ແລະ ມີງ່າເປັນຂໍ້ຈໍານວນໜ້ອຍນຶ່ງ ເກີດຢູ່ສ່ວນປາຍລໍາ. ໃບເປັນຮູບໄຂ່ 5-18 x 2.5-6 ຊມ. ດອກ ມີຂົນໜ້ອຍນຶ່ງ ຊຶ່ງມີຄວາມຍາວ 1 ຊມ ສີຂາວ ເກີດເປັນຈຸ້ມນ້ອຍໆຢູ່ຕາມງ່າມ ໃບ. ໝາກ ເປັນໄຍ ສີແດງປົນສົ້ມ, ຍາວ 0.8 ຊມ, ມີແກ່ນ 1-7 ແກ່ນ.

ບັນຍາຍການນຳໃຊ້

ຫົວນຳມາໃຊ້ເຮັດຢາ, ມີການນຳໃຊ້ທັ້ງສົດ ແລະ ແຫ້ງ ໂດຍການນຳເອົາຫົວມາຝາດເປັນປ່ຽງບາງໆແລ້ວນຳໄປຕົ້ມນ້ຳດື່ມເປັນຢາບຳລູງຫົວໃຈ, ການໜູນວຽນຂອງເລືອດ, ຂ້າພະຍາດໃນທ້ອງ, ເປັນຢາຮັກສາປະດົງ ແລະ ນອກນັ້ນຍັງໃຊ້ເປັນຢາຕ້ານມະເຮັງອິກດ້ວຍ. ແຕ່ຢູ່ປະເທດອາເມລິກາ ເພິ່ນນຳມາປູກເປັນພືດປະດັບ.

ການປະກອບສ່ວນ