ຕົ້ນໝາກກ້ອງໃບ / Seed Under Leaf

ການນຳໃຊ້
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Phyllanthus amarus Schumach. & Thonn. / Phyllanthaceae
ຊື່ພ້ອງ
Diasperus nanus (Hook.f.) Kuntze
Phyllanthus amarus subsp. amarus
Phyllanthus amarus var. baronianus Leandri
Phyllanthus nanus Hook.f.
Phyllanthus niruri var. amarus (Schumach. & Thonn.) Leandri
Phyllanthus niruri var. genuinus Beille
Phyllanthus niruri var. scabrellus (Webb) Müll.Arg.
Phyllanthus scabrellus Webb
Phyllanthus swartzii Kostel.
ຊື່ອື່ນ
ລາວ: ໝາກກ້ອງໃບ
ໄທ: ຕົ້ນໃຕ້ໃບ, ຫຍ້າລູກໃຕ້ໃບ, ໝາກໄຂ່ຫຼັງ, ຫຍ້າໃຕ້ໃບ
ຈີນ: ຈູກ່ວຍເຊົ່າ
ບັນຍາຍລັກສະນະພືດສາດ

ຕົ້ນໝາກກ້ອງໃບຈັດເປັນພືດລົ້ມລຸກມີອາຍຸພຽງປີດຽວ, ສູງປະມານ 10–60 ຊັງຕີແມັດ, ແຕກກິ່ງກ້ານສາຂາຫຼາຍ, ລຳຕົ້ນບໍ່ມີຂົນ ແລະ ທຸກສ່ວນຂອງລຳຕົ້ນມີຣົດຂົມ. ໃບ: ເປັນໃບປະກອບແບບຂົນນົກຊັ້ນດຽວປາຍຄີ່, ມີໃບຍ່ອຍປະມານ 23–25 ໃບ. ລັກສະນະຂອງໃບຍ່ອຍເປັນຮູບຂອບຂະໜານແກມຮູບໄຂ່ກັບ, ໂຄນໃບມົນແຄບ ສ່ວນປາຍໃບມົນກວ້າງ, ໃບມີຂະໜາດກວ້າງປະມານ 3–4 ມິນລີແມັດ ແລະ ຍາວປະມານ 5–10 ມີນລີແມັດ, ມີກ້ານໃບສັ້ນ, ມີຫູໃບສີຂາວນວນລັກສະນະເປັນຮູບ 3 ຫຼ່ຽມປາຍແຫຼມເກາະຕິດຢູ່ 2 ອັນ. ດອກ: ເປັນແບບແຍກເພດມີຂະໜາດສີຂາວ, ເສັ້ນຜ່າສູນກາງປະມານ 0.08 ຊັງຕີແມັດ. ດອກເພດແມ່ມັກຈະຢູ່ບໍລິເວນໂຄນກ້ານໃບ. ສ່ວນດອກເພດຜູ້ຈະຢູ່ບໍລິເວນສ່ວນປາຍຂອງກ້ານໃບ. ໂດຍດອກເພດແມ່ຈະມີຂະໜາດໃຫຍ່ກວ່າດອກເພດຜູ້ 2 ເທົ່າ, ເກສອນຜູ້ຈະມີ 3 ກ້ານ, ໂຄນກ້ານເກສອນເຊື່ອມກັນເລັກນ້ອຍແຕກຢູ່ຕາມແນວນອນ. ສ່ວນກີບຮອງ ແລະ ກີບດອກເປັນຮູບໄຂ່ ແລະ ຂອບກີບມີສີອ່ອນ. ໝາກ: ລັກສະນະເປັນຮູບຊົງກົມ, ຜີວລຽບມີສີຂຽວອ່ອນ, ໝາກມີຂະໜາດປະມານ 0.15 ຊັງຕີແມັດ. ໂດຍໝາກກຈະຕິດເກາະຢູ່ບໍລິເວນໃຕ້ໂຄນຂອງໃບຍ່ອຍ ແລະ ຢູ່ໃນບໍລິເວນກາງກ້ານໃບ, ໝາກເມື່ອແກ່ແຕກເປັນ 6 ຫ້ອງ, ແຕ່ລະຫ້ອງມີເມັດ 1 ແມັດ ສີນ້ຳຕານມີລັກສະນະເປັນຮູບສ້ຽວ 1/6  ຂອງຮູບຊົງກົມ, ມີສັນຕາມຍາວທາງດ້ານຫຼັງ ແລະ ມີຂະໜາດນ້ອຍ ປະມານ 0.1 ຊັງຕີແມັດ.

ບັນຍາຍການນຳໃຊ້

ໝາກກ້ອງໃບເປັນສະໝຸນໄພທີ່ມີລິດຊ່ວຍຄວບຄຸມ ແລະ ຫຼຸດລະດັບນ້ຳຕານໃນເລືອດໄດ້ ຈິ່ງເປັນປະໂຫຍດຕໍ່ຜູ້ທີ່ເປັນພະຍາດເບົາຫວານ. ແຕ່ມີຂໍ້ແນະນຳສຳລັບຜູ້ປ່ວຍເບົາຫວານວ່າຕ້ອງຮັບປະທານຢາແຜນປັດຈຸບັນຕາມທີ່ແພດສັ່ງ ແລະ ຄວນມັ່ນກວດລະດັບນ້ຳຕານໃນເລືອດຢ່າງສະໝ່ຳສະເໝີໂດຍໃຫ້ໃຊ້ທັງຕົ້ນຂອງໝາກກ້ອງໃບຊະນິດ P. urinaria ຈຳນວນ 1 ກຳມືນຳມາຕົມດື່ມ. ຕົ້ນ ແລະ ຮາກ ຊ່ວຍຂັບໜີ່ວໃນໜາກໄຂ່ຫຼັງ, ຮັກສາໜີ່ວໃນຖົງນ້ຳດີ ຫຼື ໃຊ້ທັງຕົ້ນ ຊະນິດ P. urinaria ຈຳນວນ 1 ກຳມືຕຳໃຫ້ແຫຼກຄັ້ນເອົານ້ຳ ແລະ ໃຫ້ເອົາສານສົ້ມຂະໜາດປາຍນີ້ວກ້ອຍລະລາຍລົງໄປແລ້ວດື່ມກ່ອນອາຫານໃຫ້ໝົດຄັ້ງລະເຄິ່ງຖ້ວຍນ້ອຍ ວັນລະ 3 ຄັ້ງ, ໂດຍໃຫ້ດື່ມຕິດຕໍ່ກັນ 3 ວັນ. ຈາກນັ້ນໃຫ້ໃຊ້ທັງຕົ້ນຈຳນວນ 1 ກຳມືນຳມາຕົ້ມກັບນ້ຳຕານຊາຍແດງໃຫ້ພໍຫວານໃຊ້ດື່ມຕາງນ້ຳຕິດຕໍ່ກັນ 3 ວັນ ເມື່ອຮອດມື້ທີ 7 ກໍ່ໃຫ້ດື່ມນ້ຳອ້ອຍສົດ ວັນ 1 ຈອກຕໍ່ໄປອີກ 3 ວັນເພື່ອຊ່ວຍລ້າງນີ້ວເປັນຂັ້ນຕອນສຸດທ້າຍ. ທັງຕົ້ນໃຊ້ຕົ້ມນ້ຳດື່ມຕິດຕໍ່ກັນ 1 ອາທິດ ຈະຊ່ວຍກຳຈັດພິດອອກຈາກຕັບ ປ້ອງກັນບໍ່ໃຫ້ຕັບຖືກທຳລາຍຈາກສານພິດຕ່າງໆ ແລະ ຊ່ວຍບຳລຸງຕັບ. ນອກຈາກນີ້ຍັງສາມາດຊ່ວຍຮັກສາພະຍາດໄວຣັສໃນຕັບໃຫ້ເປັນປົກກະຕິ ຈິ່ງຊ່ວຍໃນການທຳງານຂອງໝາກໄຂຫຼັງ.

ການປະກອບສ່ວນ