ຜັກຕິ້ວສົ້ມ / Phak Tew Som

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Cratoxylum formosum (Jack) Dyer./ GUTTIFERAE (HYPERICACAEA).
ຊື່ພ້ອງ
Cratoxylum formosum (Jacq.) Benth. & Hook.f. ex Dyer
Cratoxylum formosum subsp. formosum
Cratoxylum formosum subsp. pruniflorum (Kurz) Gogelein
ຊື່ອື່ນ
ໄທ: ຕິ້ວຂາວ, ຕິ້ວສົ້ມ, ຕິ້ວຫອມ, ຕິ້ວຫີນ, ຕິ້ວລວດ, ຕິ້ວຊ້າງ, ຕິ້ວແດງ, ຕິ້ວຫຼວງ, ຕິ້ວກົ້ນເຕົາ, ກິຕິ້ວ
ກຳປູເຈຍ: ສີງເວຈົບ, ມູໂຕ
ວຽດນາມ: ກຸຍຈົງຊາວ, ເນັກກຣິເຈັບ, ຣ່າເນັງ
ຈີນ: 越南黄牛木 [yue nan huang niu mu]
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ຕິ້ວສົ້ມ ເປັນຕົ້ນໄມ້ຫຼົ່ນໃບຂະໜາດກາງ ໃນຄວາມສູງລະຫວ່າງ 10-15 ມ ແລະ ໜ້າຕ້າງພຽງເອິກ 10-30 ຊມ. ລຳຕົ້ນ ມັກແຕກແໜງຢູ່ທີ່ຖານເຫງົ້າ ແລະ ມີໜາມຍາວຂະໜາດ 15 ຊມ. ເປືອກຂອງມັນມີສີມົ່ນ - ນໍ້າຕານ ແລະ ສາມາດລອກອອກເປັນຊັ້ນບາງ. ຂ້າງໃນຂອງເປືອກເປັນສີນໍ້າຕານ ພ້ອມທັງມີຢາງໜຽວສີສົ້ມ. ໃບຂອງມັນ ມີຂະໜາດ 5 -17.5 x 3-7.5 ຊມ ມີສີມ່ວງອົມແດງ ໃນເວລາຍັງອ່ອນ ສ່ວນກ້ານໃບເປັນສີແດງ. ສຳລັບຕິ້ວແດງນັ້ນ ຈະມີຂົນທີ່ກ້ອງໃບ. ກ້ານຂອງຊໍ່ດອກ ເປັນສີນນໍ້າຕານອ່ອນປົນແດງ, ເກີດດອກສີມ່ວງ ຫຼື ຂາວເປັນຈຸ້ມ ແຕ່ນຶ່ງຫາຫົກຈຸ້ມ ປາຍຊໍ່ດອກພຽງ. ໝາກຂອງມັນເປັນແຄບຊຸນ/ກັບ, ແຫ້ງ, ມີສາມຫ້ອງ ສີແດງອ່ອນປົນເຫຼືອງ ແລະ ມີຂະໜາດ 13-18  x 4-6 ມມ ບັນຈຸມີ 12-17 ແກ່ນ. ຕົ້ນຕິ້ວສົ້ມ ເມື່ອຍັງນ້ອຍລຳຕົ້ນຈະມີໜາມຫຼາຍ. ໄມ້ຊະນິດນີ້ ຖືກຈັດເປັນສອງຊະນິດຍ່ອຍ ຊຶ່ງມີຄວາມແຕກຕ່າງກັນຢູ່ທີ່ໃບຂອງມັນ ຄື ໃບເປັນຂົນ ແມ່ນຊະນິດ pruniflorum (Kurz) Gog (ຕິ້ວແດງ) ແລະ ໃບກ້ຽງ ແມ່ນຊະນິດ formosum (ຕິ້ວຂາວ). ການກະຈາຍພັນຂອງພວກມັນນ້ອຍໜັກທີ່ຈະພົບຢູ່ຮ່ວມກັນ.

ບັນຍາຍການນຳໃຊ້

ໃບອ່ອນ ແລະ ດອກອ່ອນ ໃຊ້ກິນດິບກັບລາບ ແລະ ໃສ່ແກງປາ ຊຶ່ງຈະໃຫ້ລົດຊາດຝາດໆສົ້ມໆຄ້າຍຄືລົດຂອງສານຝາດ. ໃບແຫ້ງ, ເປືອກ ແລະ ຮາກ ໃຊ້ຕົ້ມກິນຄືຊາ ເປັນຢາ ແກ້ເຈັບທ້ອງ, ຊ່ວຍລະລາຍອາຫານ, ກິນເຂົ້າແຊບ, ອາການອິດເມືອຍຫຼັງຄອດລູກ ແລະ ເປັນໄຂ້ໂຊ ຕົ້ມກິນມື້ໜຶ່ງ 15-30 ກຼາມ ແລະ ມີສັບພະຄຸນເປັນຢາອີກດ້ວຍ. ສ່ວນຢາງຈາກເປືອກໃຊ້ທາແກ້ຄັນ, ສຳລັບທາໜັງຕີນທີ່ແຫ້ງແຕກ, ນໍ້າເປືອກ ກິນແກ້ພິການ, ເປືອກ ແລະ ໄມ້ປະສົມນໍ້າມັນໝາກພ້າວທາແກ້ພະຍາດຜີວໜັງບາງຊະນິດ ແລະ ເນື້ອໄມ້ແມ່ນເໝາະສົມສຳລັບເຜົາເຮັດຖ່ານ.

ການປະກອບສ່ວນ