ຕົ້ນ ຫວ້ານຊົນ / Spider Lily

ການນຳໃຊ້
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Hymenocallis littoralis Salisb. / Amaryllidaceae
ຊື່ພ້ອງ
Hymenocallis littoralis var. acutifolia Herb. ex Sims.
Hymenocallis littoralis var. disticha (Sims) Herb. ex Sims & Curtis.
Hymenocallis littoralis var. dryanderi (Ker Gawl.) Herb. ex Sims.
Hymenocallis littoralis var. dryandri (Ker Gawl.) Herb.
Hymenocallis littoralis var. longituba Herb.
ຊື່ອື່ນ
ລາວ: ຫວ້ານຊົນ, ພັບພຶງ.
ໄທ: ພັບພຣືງຕີນເປັດ.
Eng: Beach Spiderlily
ບັນຍາຍລັກສະນະພືດສາດ

ພືດລຳຫຍ້າຢືນຕົ້ນ ແລະ ແຜ່ຂະຫຍາຍດ້ວຍຫົວ, ຕົ້ນເປັນສຸມ, ສູງປະມານ 1,50 ແມັດ. ລຳຕົ້ນມີສີຂາວ, ກົມ, ຍາວ 30 ຊັງຕີແມັດ, ຕໍ່ຈາກຫົວໂດຍກົງ, ໃບໃຫຍ່, ຍາວ ແລະ ປົ່ງຕັ້ງຊື່ຈາກລຳຕົ້ນ, ຍາວປະມານ 1,20 ແມັດ, ເນື້ອໃບສີຂຽວ, ຂອບໃບກ້ຽງ, ກ່າງໃບຂະໜານກັນ. ດອກອອກເປັນພົ້ວ, ຂະໜາດໃຫຍ່, ກ້ານຂອງພົ້ວດອກປົ່ງອອກຈາກລຳຕົ້ນຢູ່ໃນຫຼືບຂອງກາບໃບ, ຍາວ 90–100 ຊັງຕີແມັດ, ມີດອກຈັບຈູ້ມກັນເປັນພົ້ວຢູ່ປາຍ, ມີ 1–2 ພົ້ວຕໍ່ຕົ້ນ, ພົ້ວດອກເມື່ອຍັງຈູມມີໃບຊ້ອນບາງໆສີຂຽວອົມຂາວຫຸ້ມໄວ້, ແມ່ນດອກປະເພດ 3 ແລະ ເປັນດອກທີ່ມີເພດຮ່ວມ. ກາບດອກ ແລະ ກີບດອກອອກສີຂາວ, ເວລາຈູມກາບດອກ ແລະ ກີບດອກຈະເຕື່ອຍລົງລຸ່ມສັບປົນກັບກ້ານເກສອນຊຶ່ງອອກສີອິດ. ເຕົ້າໄຂ່ມີຮູບກົມ, ຍາວ ແລະ ຈັບລຸ່ມ, ຄໍເຕົ້າໄຂ່ຍາວອອກສີອິດຢູ່ເບື້ອງປາຍ. ໝາກນ້ອຍ, ມີຮູບກົມ, ອອກສີຂຽວ. ຕົ້ນຫວ້ານຊົນມີ 2 ພັນຄື: ພັນດອກສີຂາວ ແລະ ພັນດອກສີມ່ວງ. ສ່ວນພັນດອກສີມ່ວງຈະມີລຳຕົ້ນ, ໃບ ແລະ ດອກໃຫຍ່ກວ່າພັນດອກສີຂາວ.

ບັນຍາຍການນຳໃຊ້

ໃບນຳມາຂາງໄຟໃຊ້ພັນແກ້ອາການບວມ, ໄຄ່ ແລະ ຟົກຊ້ຳຍ້ອນລົ້ມ ຫຼື ຖືກກະທົບ, ໃຊ້ປົວປະດົງ, ໃຊຈອດກະດູກຫັກ, ກະດູກຫຼຸດໂບກ.  ຫົວໃຊ້ເປັນຢາຂັບຂີ້ກະເຮີ້, ຫົວໃນປະເທດອິນເດຍໃຊ້ເປັນຢາລະບາຍ.

ການປະກອບສ່ວນ