ຕົ້ນຣາຊາບີ / Bitterweed

ການນຳໃຊ້
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Andrographis paniculata (Burm.f.) Nees / Acanthaceae
ຊື່ພ້ອງ
Justicia paniculata Burm.f.
Justicia latebrosa Russell ex Wall.
Andrographis paniculata var. glandulosa Trimen
ຊື່ອື່ນ
ຣາຊາບີ, ສາມພັນປີ
Chinese: 穿心莲 [chuan xin lian]
Eng: Bitterweed, King of Bitters, Creat, Chiretta, Indian Echinachea
ไทย: ฟ้าทะลายโจร
ບັນຍາຍລັກສະນະພືດສາດ

ເປັນພືດລົ້ມລຸກ, ສູງ 40-100 ຊັງຕີແມັດ, ຂະໜາດກາງ, ລຳຕົ້ນແຂງ, 4 ຫຼ່ຽມ ແລະ ຄົມຫຼາຍຢູ່ລະດັບຫຼ່ຽມ, ລຳຕົ້ນແຕກອອກເປັນຫຼາຍກິ່ງຫຼາຍງ່າ, ໃບດຽວ, ຈັບກົງກັນຂ້າມ, ລວງຍາວ 6-9 ຊັງຕີແມັດ, ກວ້າງ 1-2 ຊັງຕີແມັດ, ກົກ ແລະ ປາຍໃບແຫຼມ, ຂອບໃບກ້ຽງ ແລະ ມີຂົນແຈກຢາຍເປັນບາງບ່ອນ. ນອກນັ້ນຂົນຍັງແຈກຢາຍເປັນຈຸດຫ່າງໆຢູ່ຕາມກ່າງກາງໃບ. ດອກອອກເປັນຮວງຊ້ອນ, ຈັບຢູ່ປາຍງ່າ, ຮວງຍາວ 22–24 ຊັງຕີແມັດ, ແມ່ນດອກປະເພດ 5, ດອກບໍ່ສະໝ່ຳສະເໝີ ແລະ ມີເພດຮ່ວມດອກຈູມ ແລະ ກ້ານດອກມີຂົນຫຼາຍເປັນພິເສດຈົນສາມາດເຫັນດ້ວຍຕາເປົ່າໄດ້. ກາບດອກອອກສີຂຽວຕິດກັນເປັນທໍ່, ມີຂົນແຈກຢາຍຢູ່ເບື້ອງນອກຫຼາຍກວ່າພາກສ່ວນອຶ່ນໆຂອງດອກ, ຂົນທີ່ຢູ່ຕາມກາບດອກນີ້ແມ່ນຂົນຫຸ້ມຫໍ່ ແລະ ຂົນປ່ອຍຖ່າຍ. ກີບດອກສີຂາວ, ຕິດກັນຢູ່ເບື້ອງລຸ່ມ, ເປັນຮູບທໍ່, ຢູ່ປາກທໍ່ເບື້ອງປາຍກີບແບ່ງອອກເປັນ 2 ພາກສ່ວນ: ສ່ວນໜ້າ ມີ 2 ກີບຕິດກັນ ແລະ ສ່ວນຫຼັງມີ 3 ກີບຕິດກັນ ຍາວປະມານ 1 ຊັງຕີແມັດ. ຢູ່ກີບດອກກໍ່ມີຂົນຫຸ້ມຫໍ່ແຈກຢາຍທົ່ວໄປ. ສ່ວນຂົນປ່ອຍຖ່າຍມີເປັນບາງຈຸດໂດຍສະເພາະຢູ່ສ່ວນໜ້າເບື້ອງລຸ່ມ (ພື້ນ) ຂອງກີບດອກມີຂົນປ່ອຍຖ່າຍຫຼາຍສົມຄວນ. ເກສອນມີ 2 ອັນ, ອອກສີຂາວອົມມ່ວງ, ກ້ານເກສອນຍາວ, ມີຂົນຫຸ້ມຍາວກວ່າຢູ່ພາກສ່ວນອຶ່ນຂອງດອກ. ຮວຍເກສອນສັ້ນອອກສີມ່ວງເຂັ້ມ, ເຕົ້າໄຂ່ຈັບເທີງ, ຢູ່ຕາມເຕົ້າໄຂ່ກໍ່ມີຂົນປ່ອຍຖ່າຍຈັບຢູ່ອ້ອມຮອບ. ໝາກ: ເປັນຝັກຂະໜາດນ້ອຍ, ມີຮູບກົມ, ມີຮ່ອງຢູ່ກາງທັງເບື້ອງເທີງ ແລະ ເບື້ອງລຸ່ມ, ຍາວ 1,5–2 ຊັງຕີແມັດ, ທາງໃນມີແກ່ນບັນຈຸຈຳນວນຫຼາຍ, ແກ່ນມີຮູບກົມມົນ.

ບັນຍາຍການນຳໃຊ້

ໝົດທັງຕົ້ນ, ສົດ ຫຼື ແຫ້ງ ໃຊ້ເປັນຢາປົວຖອກທ້ອງ, ປົວລຳໄສ້ອັກເສບ, ປົວໄຂ້ຮ້ອນ, ແກ້ອາການຮ້ອນໃນ, ປົວເຈັບຫົວ ແລະ ອາການເລືອດຂຶ້ນ. ນອກນີ້ຍັງໃຊ້ປົວຕຸ່ມຄັນ ແລະ ປົວພະຍາດເບົາຫວານ. ໃບຣາຊາບີບົດປະສົມກັບນ້ຳມັນພືດທາບາດແຜນ້ຳຮ້ອນລວກ, ໄຟໄໝ້. ໃບສົດນຳມາຍ້ຳກຶນນ້ຳແກ້ຄໍອັກເສບ, ເຈັບຄໍ ແລະ ມີສັບພະຄຸນໃນການຮັກສາສັດໄດ້ເຊັ່ນ: ແກ້ທ້ອງບິດ, ລຳໄສ້ອັກເສບໃນລູກໝູ, ແກ້ພະຍາດຂີ້ຂາວໃນເປັດ, ແກ້ປາກເປື່ອຍ ແລະ ພະຍາດຂາອ່ອນຂອງລູກເປັດ.

ການປະກອບສ່ວນ