ຫວ້ານດີໝາກໄຂ່ຫຼັງ / Black-horn Ginger

ການນຳໃຊ້
ສີນຄ້າ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Kaempferia rotunda L. / Zingbieraceae
ຊື່ພ້ອງ
Kaempferia longa Jacq.
Kaempferia versicolor Salisb.
Zerumbet zeylanica Garsault
ຊື່ອື່ນ
Chinese: 海南三七 [hai nan san qi]
Thai: Wan Hao Non
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ເປັນພືດທີ່ມີຫົວ ຫຼື ເຫງົ້າໃຕ້ດິນ, ມີຮາກສະສົມອາຫານເປັນກະຈຸກກົມ. ລຳຕົ້ນເໜືອດິນສູງ 12-30 ຊັງຕິແມັດ, ແຕກອອກເປັນສູ່ມ. ໃບມີ 2-4 ໃບ, ຈັບແບບລະນາບດຽວ, ກາບໃບຍາວ, ທີ່ໂຄນຢູ່ຕິດກັນ, ແຜ່ນໃບຮູບຮີ ຫຼື ຮູບໃບຫອກແກມຮູບຂອບຂະໜານ ກວ້າງ 4-7 ຊັງຕິແມັດ, ຍາວ 12-35 ຊັງຕິແມັດ, ປາຍແຫຼມ, ໂຄນຮູບຫຼີ່ມ, ຂອບໃບລຽບ, ຜີວໃບດ້ານເທີງກ້ຽງ, ມີລາຍຂາວຕາມແນວເສັ້ນກາງໃບ, ຜີວໃບດ້ານລຸ່ມສີຂຽວອົມມ່ວງ, ມີຂົນ. ກ້ານໃບຍາວ 1-2 ຊັງຕິແມັດ, ຫູໃບຮູບສາມຫຼ່ຽມກວ້າງ, ຍາວ 3-4 ມີນລີແມັດ. ລີ້ນໃບຍາວເປັນຮູບສາມຫ່ຼຽມ, ຍາວ 3-4 ມີນລີແມັດ. ຊໍ່ດອກຕັ້ງຊື່, ຄ້າຍຊໍ່ກະຈຸກ ບານກ່ອນຈື່ງປົ່ງໃບໃໝ່, ເກີດຈາກລຳຕົ້ນໃຕ້ດິນ. ກ້ານຊໍ່ດອກສ້ນ. ດອກສີຂາວປົນສີມ່ວງ, ສີມ່ວງອ່ອນ ຫຼື ສີບົວ. ກາບດອກຍາວ 3-5,2 ຊັງຕິແມັດ, ຖານເຊື່ອມຕິດກັນເປັນຫຼອດ, ປາຍແຍກເປັນແສກເລິກດ້ານດຽວ. ກິບດອກໂຄນເຊື່ອມຕິດກັນເປັນຫຼອດຍາວ 5-5,5 ຊັງຕິແມັດ, ປາຍແຍກເປັນສາມແສກ, ຮູບແຖບ, ກວ້າງ 5-6 ມີນລີແມັດ, ຍາວ 4-5 ຊັງຕິແມັດ, ປາຍແຫຼມ. ກິບປາກສີຂາວ, ສີມ່ວງອ່ອນ ຫຼື ສີມ່ວງເກືອບທົ່ວກິບ, ມີຈຸດສີເຫຼືອງໂຄນກິບ, ກິບແຍກເປັນສອງແສກເລີກເຖີງໂຄນ, ຮູບຮີ ຫຼື ຮູບໄຂ່ກັບ, ກວ້າງ 2-2,5 ຊັງຕີແມັດ, ຍາວປະມານ 4 ຊັງຕິແມັດ. ກິບຄູ່ຂ້າງທີ່ເກີດຈາກເສອນຜູ້ທີ່ເປັນໜັນຮູບຂອບຂະໜານ, ກວ້າງປະມານ 1,6 ຊັງຕິແມັດ ແລະ ຍາວ 3-4 ຊັງຕິແມັດ, ມີສີຂາວ ຫຼື ສີມ່ວງອ່ອນ. ເກສອນຜູ້ຍາວປະມານ 8 ມີນລີແມັດ, ປາຍສຸດມີສັນເກິອບຮູບກົມ ຫຼື ຮູບຂອບຂະໜານເວົ້າດ້ານຂ້າງ. ເຕົ້າໄຂ່ຍາວ 4-6 ມີນລີແມັດ. ໃບປະດັບຮູບໃບຫອກ ກວ້າງ 1-2 ຊັງຕີແມັດ, ຍາວ 2-4 ຊັງຕິແມັດ, ປາຍມີຕີ່ງແຫຼມ. ໃບປະດັບຍ່ອຍຮູບໃບຫອກ ຍາວ 1,7-2,6 ຊັງຕິແມັດ, ປາຍແຫຼມ, ມີຂົນສີຂາວ. ໝາກຮູບຮີກົມ, ມີເສັ້ນຜ່າສູນກາງປະມານ 4-7 ມີນລີແມັດ, ເມື່ອຍັງອ່ອນສີຂຽວອ່ອນ, ເມື່ອແກ່ແລ້ວເປັນສີນ້ຳຕານ, ມີຂົນສີຂາວ. ເມັດສີດຳເມື່ອແກ່ແລ້ວ, ຈະມີເຍື້ອຫຸ້ມສີຂາວ. 

ບັນຍາຍການນຳໃຊ້

ໃນທ້ອງຖີ່ນມີການນຳໃຊ້ເຮັດຢາພື້ນແມ່ນໂດຍການບ໋ອງໃສ່ເຫຼົ້າຂາວ, ດື່ມເພື່່ອດີເຈັບຫຼັງເຈັບແອວ ເວລາເຮັດວຽກໜັກ, ບາງຄົນກໍ່ນຳເອົາມາຕົ້ມດື່ມເພື່ອຮັກສາອາການຈັບໝາກໄຂ່ຫຼັງ ຫຼື ຂັບນ້ຳປັດສະວະ. ທາງດ້ານອາຫານ ຍອດອ່ອນຂອງຫວ້ານຊະນິດນີ້ສາມາດກີນກັບແຈ່ວ ຫຼື ແຈ່ວປາໄດ້, ສ່ວນຫົວສາມາດໃສ່ກັບແກ້ງປະເພດຊີ້ນເພື່ອດັບກີນຄາວ. ເພື່ອແກ່ດີເຈັບທ້ອງເພີ່ນໄດ້ນຳເອົາຫົວຂອງມັນມາຕົ້ມດື່ມເພື່ອດີແກ້ເຈັບທ້ອງ, ໃນດອກຂອງມີສານ benzyl benzoate ສາມາດຜະລິດເປັນຢາທາແກ້ພະຍາດຜີວໜັງເຊັ່ນ: ຂີ້ຫິດ, ຂີ້ກາກ ແລະ ອື່ນໆ. ແຕ່ມີຊາວມົ້ງບາງພື້ນທີ່ໃນພາກເໜືອບອກວ່າເອົາຫົວຂອງມັນຕົ້ມໃສ່ກັບໄກ່ກະດູກດຳເພື່ອບໍາລູງແມ່ອອກລູກໃໝ່ເພື່ອເຮັດໃຫ້ເລືອດໜູນວຽນໄດ້ດີ. ນອກນັ້ນຍັງມີຄວາມເຊື້ອພື້ນບ້ານວ່າຖ້ານຳເອົາຫວ້ານຊະນີດມາປູກຢູ່ເຮືອນຈະເຮັດໃຫ້ຄົນພາຍໃນຄອບຄົວມີສຸກຂະພາບແຂງແຮງດີ. ທາງດ້ານການແພດບອກວ່າການຕົ້ມນ້ຳດື່ມໂດຍການໃຊ້ຫົວແມ່ນສາມາດປົວພະຍາດຕາແດງ, ຕາຟາງ, ຕາມົວ ແລະ ຕາເປັນຕໍ້. 

ການປະກອບສ່ວນ