ຫວ້ານໄພ / Cassumunar ginger

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Zingiber purpureum Roscoe / Zingiberaceae
ຊື່ພ້ອງ
Zingiber cliffordiae Andrews
Zingiber cassumunar Roxb.
Zingiber cassumunar var. subglabrum Thwaites
Zingiber pubisquamum Ridl.
Zingiber paucipunctatum D.Fang
Zingiber xantorrhizon Steud.
Amomum xanthorhiza Roxb. ex Steud.
Zingiber anthorrhiza Horan.
ຊື່ອື່ນ
Thai: Wan Fai, Bpulai
Cambodian: ponlei (ពន្លៃ)

ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ເປັນພືດທີ່ມີຫົວ ຫຼື ເຫງົ້າໃຕ້ດີນ, ສີເຫຼືອງອ່ອນ, ມີກີ່ນຫອມແຮງ. ລຳຕົ້ນສູງປະມານ 2 ແມັດ. ໃບຮູບຂອບຂະໜານ ກວ້າງ 2.6-3 ຊັງຕິແມັດ, ຍາວ 24-30 ຊັງຕິແມັດ,  ປາຍແຫຼມ, ໂຄນມົນ ຫຼື ຮູບຫົວໃຈ, ກ້ຽງທັງສອງດ້ານ, ຂອບໃບລຽບ. ກ້ານໃບສັ້ນໆ. ລີ້ນໃບຮູບແຍກເປັນສອງແສກສັ້ນໆ, ມີຂົຍຕາມຂອບ. ຊໍ່ດອກຕັ້ງຊື່ຂື້ນ, ເກີດຈາກລຳຕົ້ນໃຕ້ດິນມີກ້ານຍາວຕັ້ງຂື້ນ, ຊໍ່ດອກຮູບຮ່າງຄ້າຍກະບອກ ຫຼື ຮູບກະສວຍ, ກວ້າງ 3,5-4,5 ຊັງຕິແມັດ, ຍາວປະມານ 10 ຊັງຕິແມັດ. ກ້ານຊໍ່ດອກ ຕັ້ງຊື່ ຍາວ 15-25 ຊັງຕິແມັດ. ດອກສີຂາວນວນ, ກາບດອກຍາວ, ໂຄນເຊື່ອມຕິດກັນເປັນຫຼອດ ຍາວປະມານ 1 ຊັງຕິແມັດ, ປາຍແຍກເປັນ ແສກເລີກດ້ານດຽວ, ຍາວ ປະມານ 1 ຊັງຕິແມັດ. ກີບດອກຖານເຊື່ອມຕິດກັນເປັນຫຼອດຍາວປະມານ 3,6 ຊັງຕິແມັດ, ປາຍແຍກເປັນສາມແສກ, ຮູບຮີກວ້າງ ເຖີງ ຮູບໃບຫອກ, ຍາວປະມານ 2,6 ຊັງຕິແມັດ. ກິບປາກສີຂາວນວນ, ຮູບຫົວໃຈກັບ ຫຼື ຮູບວີ, ກວ້າງ ແລະ ຍາວປະມານ 2,5 ຊັງຕິແມັດ, ປາຍແຍກວ້ຳຕື່ນ, ຂອບວ້ຳຕື່ນ. ກີບຄູ່ຂ້າງທີ່ເກີດຈາກເກສອນຜູ້ເປັນໜັນຮູບໄຂ່, ປາຍມົນ. ເກສອນຜູ້ທີ່ມີຈະງອຍຍາວປະມານ 1,2 ຊັງຕິແມັດ. ເຕົ້າໄຂ່ຍາວປະມານ 4 ມີນລີແມັດ. ໃບປະດັບຮູບໄຂ່ກັບກວ້າງ, ຍາວປະມານ 3 ຊັງຕິແມັດ, ສີຂຽວມ່ວງເຂັ້ມ, ໃບປະດັບຍ່ອຍຮູບຂອບຂະໜານ ຍາວປະມານ 2 ຊັງຕິແມັດ. ໝາກຮູບໄຂ່ເມື່ອຍັງອ່ອນເປັນສີຂຽວອ່ອນອົມຂາວ, ເມື່ອແກ່ຈະເປັນສີແດງ. ເມັດສີດຳມີເຍື້ອຫຸ້ມເປັນສີຂາວນວນ.

ບັນຍາຍການນຳໃຊ້

ຫວ້ານໄພນີ້ເປັນຢາລະບາຍໄດ້ດີເມື່ອກົດໃນກະເພາະອາຫານ, ຫຼື ເມື່ອເດັກນ້ອຍຖ່າຍບໍ່ອອກ, ຂີ້ຖອກທ້ອງສາມາດຮັກສາໄດ້ໂດຍມີການໃຊ້ນຳເອົາຫົວຫວ້ານໄພໄປບົດໃຫ້ມູນ ຫຼື ຝົນໃສ່ນ້ຳໃຫ້ເດັກນ້ອຍກີນ, ແຕ່ຖ້າຖ່າຍບໍ່ອອກຄວນເຮັດເປັນກ້ອນຄ້າຍຢາລູກກ່ອນແລ້ວຍັດເຂົ້າໄປໃນຮູກົ້ນຂອງເດັກນ້ອຍ ແລ້ວພໍປະມານຄາວໜື່ງເດັກນ້ອຍຖ່າຍອອກມາ ເພາະວ່າຫວ້ານໄພນີ້ຊ່ວຍໃນການກະຕຸ້ນໃຫ້ຂັບຖ່າຍ, ໃນໂຮງນວດ ຫຼື ສ່ວນປະສົມຂອງຢາຮັກສາກ້າມເນື້ອເມື່ອອອກກຳລັງກາຍ ຫຼື ປວດເມື່ອຍກ້າມຊີ້ນ, ເພີ່ນໄດ້ສະກັດເອົານ້ຳມັນຫອມລະເຫີຍເພື່ອເປັນສ່ວນປະສົມໃນຜະລິດຕະພັນຢາຮັກສາການປວດເມື່ອຍກ້າມຊີ້ນ, ບວມຊຳ້, ອັບເສບ ແລະ ຜະລິດຕະພັນນວດແຜນບູຮານ ຫຼື ຮົມຢາ. ນອກນັ້ນຍັງໄດ້ນຳເອົາດອກ ແລະ ຊໍ່ດອກອ່ອນມາແກ້ງ ຫຼື ລວກກັບແຈ່ວທີ່ນີຍົມກັນແຜ່ຫຼາຍ ສັງເກດເຫັນຂາຍໃນຕະຫຼາດຫຼວງພະບາງໃນຊ່ວງເດືອນພືດສະພາ ຫາ ກໍລະກົດ, ຫົວມັນໃຊ້ເຂົ້າໃນແກ້ງເຜັດຊ່ວຍດັບກີ່ນຄາວຈາກຊີ້ນເຮັດໃຫ້ນ້ຳແກ້ງເປັນສີເຫຼືອງ. ຫົວທີ່ແກ່ຈັດນຳເອົາມາຕົ້ມເພື່ອຂັບປະຈຳເດືອນຂອງຜູ້ຍີງແຕ່ມີການນິຍົມໃຊ້ຫຼັງຈາກເກີດລູກໃໝ່. ຈາກການວິໄຈທາງດ້ານການແພດໃຫ້ຂໍ້ມູນວ່າໃນຫົວຂອງຫວ້ານໄພມີສານຊ່ວຍແກ່ພະຍາດຫອບຫືດທີ່ເກີດຂື້ນໃນເດັກນ້ອຍ. 
ແກ້ທ້ອງອືດທ້ອງເຟີ ຂັບລົມ: ໃຫ້ເຫງົ້າແຫ້ງມາບົດເປັນຜົງ, ກິນປະມານຄັ້ງລະເຄີ່ງບ່ວງແກ້ງ ຫຼື ໃສ່ກັບນ້ຳຮ້ອນ ປະສົມກັບເກືອເລັກນ້ອຍ ດື່ມກີນຈົນອາການຫາຍເປັນປົກກະຕິ. ຮັກສາອາກາດຟົກຊຳ້ບວມ, ຂໍ້ຫຼຸດ: ໃຊ້ຫົວມາຝົນທາບໍລີເວັນທີ່ມີອາການເຈັບປວດ, ໃຊ້ເຫງົ້າປະມານ 1 ເຫງົ້າ ນຳມາຕໍາ ຫຼື ບົດໃຫ້ມູນຄັ້ນເອົານ້ຳມາທາຖູບໍລີເວນທີ່ມີອາການ, ຫຼື ຕໍາໃຫ້ລະອຽດແລ້ວປະສົມເກືອເລັກນ້ອຍຄົນໃຫ້ເຂົ້າກັນ ແລ້ວນຳມາຫໍ່ເປັນລູກປະຄົບ ຫຼື ນຳໄປນື່ງກ່ອນ ແລ້ວນຳມາປະຄົບບໍລີເວັນທີ່ເຈັບປວດເມື່ອຍ ແລະ ບວມຊ້ຳ, ເຮັດຕອນເຊົ້າ ແລະ ຕອນແລ້ງຈົນກວ່າອາການດີປົກກະຕິ. ເຮັດເປັນນ້ຳມັນໄວ້ໃຊ້ກໍ່ໄດ້ເຊັ່ນດຽວກັນ ໂດຍເອົາຫົວຫວ້ານໄພ ໜັກ 2 ກິໂລ, ມາທອດໃນນ້ຳມັນພືດຮ້ອນໆ 1 ກິໂລ ທອດຈົນເຫຼືອງແລ້ວເອົາອອກໃສ່ຝູ່ນບົດຈາກ ຕົ້ນ Syzygium aromaticum ປະມານ 4 ບ່ວງແກ້ງ ທອດຕໍ່ໄປດ້ວຍໄຟອ່ອນ ປະມານ 10 ນາທີ ແລ້ວລຳຖ້າຈົນນ້ຳມັນອຸ່ນໆ ໃສ່ກາລະບູນລົງໄປ 4 ບ່ວງແກ້ງ ໃສ່ພາຊະນະປິດຝາອັດແໜ້ນແລ້ວລໍຖ້າຈົນເຢັນ ຈື່ງຂະເຍົ່າກາລະບູນໃຫ້ລະລາຍ ນຳ້ມັນຫວ້ານນີ້ໃຊ້ທານວດວັນລະ 2 ຄັ້ນ ຕອນເຊົ້າ ແລະ ຕອນແລງ (ເປັນສູດຢາແຜນບູນຮານ). ແກ້ທ້ອງບິດ ຖອກທ້ອງ: ໃຊ້ເຫງົ້າສົດ 4-5 ແງ່ ຕໍາໃຫ້ລະອຽດ ຄັ້ນເອົານ້ຳຕື່ມເກືອເຄີ່ງບ່ວງແກ້ງ, ໃຊ້ກີນ ຫຼື ຝົນກັບນ້ຳປູນໃສ ກີນ. ເປັນຢາຮັກສາຫືດ: ໃຊ້ເຫງົ້າແຫ້ງ 5 ສ່ວນ, ພິກໄທ, ດີປີ ຢ່າງລະ 2 ສ່ວນ, ກ້ານຕົ້ນຊົມພູ, ພີມມະເສນ ຢ່າງລະ ½ ສ່ວນ ບົດປະສົມເຂົ້າກັນ ໃຊ້ຝູ່ນຢາ 1 ບ່ວງ ຊົງນໍ້າຮ້ອນດື່ມ ຫຼື ປັ້ນເປັນລູກກອນດ້ວຍນ້ຳເຜີ້ງ ຂະໜາດເທົ່າແມັດພູດທາ ຮັບປະທານຄັ້ງລະ 2 ລູກ, ຕ້ອງກີນຕິດຕໍ່ກັນເປັນເລວານານຈົນກວ່າອາການດີຂື້ນ. ເປັນຢາແກ້ເລັບຖອດ: ໃຊ້ເຫງົ້າສົດ 1 ແ່ງ ຂະໜາດເທົ່າກັບຫົວແມ່ມື ຕໍາໃຫ້ລະອຽດປະສົມກັບເກືອ ແລະ ກາລະບູນ ຢ່າງລະປະມານເຄີ່ງບ່ວງຊາ ແລ້ວນຳມາພອກບໍລີເວນທີ່ເປັນໜອງ ຄວນປ່ຽນຢາວັນລະຄັ້ງ. ຊ່ວຍເຮັດໃຫ້ຜີວໜັງຊຸ່ມຊື່ນ ແລະ ເປັນຢາຊ່ວຍສະໝານແຜ່ດ້ວຍ: ໃຊ້ເຫງົ້າສົດ 1 ແງ່ຝານເປັນປ່ຽງບາງໆ ໃຊ້ຕົ້ມລວມກັນກັບສະໝູນໄພອື່ໆເນື່ອງຈາກຫວ້ານໄພມີນ້ຳມັນຫອມລະເຫີຍ.
 

ການປະກອບສ່ວນ