ສະບູເລືອດ / Elephant Tuber

ການນຳໃຊ້
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Stephania pierrei Diels /Menispermaceae
ຊື່ພ້ອງ
ຊື່ອື່ນ
Chinese: 千斤藤属 [qian jin teng shu]
ບັນຍາຍລັກສະນະພືດສາດ

ເປັນໄມ້ເຄືອລົ້ມລຸກ, ມີຫົວຢູ່ໃຕ້ດິນ ຫຼື ຢອງຢູ່ເທິງໜ້າດິນ ມີອາຍຸຫຼາຍປີ, ເປືອກຫົວສີນ້ຳຕານ, ຫົວມີນ້ຳຢາງສີແດງຄືເລືອດ ເສັ້ນຜ່າກາງ 10-20 ຊມ. ລຳຕົ້ນແທງອອກຈາກຫົວ, ເລືອໄປຕາມໜ້າດິນ ຫຼື ເກາະກ້ຽວຕາມຕົ້ນໄມ້ອື່ນ, ຍາວໄດ້ເຖິງ 3-5 ມ. ໃບ ເປັນໃບດ່ຽວ, ຈັບແບບຮຽງສະຫຼັບ, ຮູບຂ້ອນຂ້າງກົມ, ກ້ວາງ 7-12 ຊມ, ຍາວ 7-12 ຊມ, ຖານໃບມົນ, ປາຍໃບຮຽວແຫຼມ, ກ້ານໃບຕິດຢູ່ກາງແຜ່ນໃບຍາວ 5-8 ຊມ, ຂອບໃບລຽບ, ແຜ່ນໃບບໍ່ມີຂົນ. ດອກ ອອກເປັນຊໍ່ແບບຄັ່ນຮົ່ມສອງຊັ້ນຕາມຊອກໃບ,  ກ້ານດອກຊັ້ນໜື່ງຍາວ 10 ຊມ, ກ້ານຊໍ່ດອກຍ່ອຍ 2 ຊມ, ມີໃບປະດັບນ້ອຍໆຕິດຢູ່ກົກກ້ານຊໍ່ດອກ,  ດອກແຍກເພດ, ກາບດອກມີ 6 ກາບ, ຮູບໄຂ່ ຍາວປະມານ 2 ມມ, ສີຂຽວ, ກີບດອກສີເຫຼືອງມີ 3 ກີບ, ຮູບໄຂ່ມົນກົມ, ຍອດຮ່ວງຮັບລະອອງມົນ, ສີເຫຼືອງ. ໝາກ ມີລັກສະນະຮູບກົມ ມີ 1 ແກ່ນ.

ບັນຍາຍການນຳໃຊ້

ປິ່ນປົວພະຍາດ: ແກ້ຕົກເລືອດ ແລະ ລົງຂາວຂອງຜູ້ຍິງ. ສ່ວນທີ່ໃຊ້: ຫົວ. ວິທີການນຳໃຊ້: ຊອຍຫົວເປັນແຜ່ນບາງໆປະມານ 2-3 ແຜ່ນ ນຳເອົາມາຕຳໃຫ້ມູ່ນລະອຽດແລ້ວໃສ່ນ້ຳເຂົ້າມ່າ ຫຼື ເຫຼົ້າຂາວແລ້ວຄັ້ນເອົາແຕ່ນ້ຳດື່ມ ເຊົ້າ-ແລງ ຫຼື ກ່ອນນອນ. 
ການປູກຂະຫຍາຍພັນ: ເປັນພືດທີເກີດຂຶ້ນເອງຕາມທຳມະຊາດ ແລະ ມີຄວາມທົນທານຕໍ່ກັບສະພາບຄວາມແຫ້ງແລ້ງໄດ້ດີຈະເລີນເຕີບໂຕໄດ້ດີໃນດິນຜຸຜຸ່ຍ ແລະ ຂະຫຍາຍພັນໂດຍການກ້າແກ່ນ ຫຼື ນຳເອົາເຫງົ້າຈາກທຳມະຊາດມາຢອງໄວ້ກັບໂຖປູກ ແລ້ວ ຫົດນໍ້າພຽງເລັກນ້ອຍ ຫຼັງຈາກນັ້ນກໍ່ຈະຄ່ອຍມີຍອດອ່ອນແທງອອກຈາກຫົວ.

ການປະກອບສ່ວນ