ເອື້ອງຫົວເຜືອກ / The Large Bulbed Eulophia
APA 6th ed. ເອື້ອງຫົວເຜືອກ / The Large Bulbed Eulophia. (2019, April 3). Retrieved from https://www.phakhaolao.la/kb/0000263
MLA 8th ed. ເອື້ອງຫົວເຜືອກ / The Large Bulbed Eulophia. Pha Khao Lao, 3 April 2019, https://www.phakhaolao.la/kb/0000263.
Chicago 17th ed. Pha Khao Lao. 2019. "ເອື້ອງຫົວເຜືອກ / The Large Bulbed Eulophia." Published April 3, 2019. https://www.phakhaolao.la/kb/0000263.
Eulophia burmanica Hook.f.
Eulophia cambodiensis Guillaumin
Graphorchis burmanica (Hook. f.) Kuntze
Graphorchis macrobulbon (Hook. f.) Kuntze
Graphorkis burmanica (Hook.f.) Kuntze
Graphorkis macrobulbon (E.C.Parish & Rchb.f.) Kuntze
ພືດລົ້ມລຸກອາຍຸຫຼາຍປີ, ຂະຫຍາຍຕົວທາງດ້ານຂ້າງ. ຫົວຢູ່ໃຕ້ດິນ, ມົນກົມ, ດ້ານນອກ ສີນໍ້າຕານປົນສີເທົາ, ດ້ານໃນສີຂຽວອ່ອນປົນສີຂາວ. ໃບຈັບແບບສະຫຼັບ, ຮູບຂອບຂະໜານ ຫຼື ຮູບຮີ, ແຜ່ນໃບໜາຄ້າຍໜັງ, ພັບເປັນຮ່ອງຕາມລວງຍາວ, ສີຂຽວປົນສີນໍ້າຕານ, ກ້ຽງ. ຊໍ່ດອກ ແບບກະຈະ, ອອກກ່ອນເກີດໃບ, ຕັ້ງຊື່, ກ້ຽງ, ສີຂຽວອ່ອນ, ມີ 14-34 ດອກຕໍ່ຊ. ກາບເທິງຮູບຮີ, ຂອບລຽບ, ປາຍແຫຼມ, ກ້ຽງ, ສີຂຽວອ່ອນປົນສີແດງ. ກາບຂ້າງຮູບຮີ, ຂອບລຽບ, ປາຍແຫຼມ, ກ້ຽງ, ສີຂຽວອ່ອນປົນສີແດງ, ບໍລິເວນໂຄນສີເຫຼືອງອ່ອນ. ກີບດອກຮູບຮີ ຫຼື ຮູບຂອບຂະໜານກ້ຽງ, ສີຂຽວອ່ອນປົນສີແດງ. ກີບປາກຮູບໄຂ່ປີ້ນ, ມີຂົນ, ມີສັນຕາມລວງຍາວ, ແຍກເປັນສາມແສກ, ສອງແສກຂ້າງຮູບຂອບຂະໜານ, ກ້ຽງ, ສີເຫຼືອງອ່ອນປົນສີນໍ້າຕານ. ກຸ່ມຖົງເມັດລະອອງມີ 2 ຖົງ, ຮູບມົນກົມ, ກ້ຽງ, ສີເຫຼືອງ. ຝາປິດກຸ່ມຖົງເມັດລະອອງຮູບໝວກກ້ຽງ, ສີເຫຼືອງ. ຮວງຮັບເມັດລະອອງເປັນແອ່ງ, ຮູບສາມຫຼ່ຽມ. ເຕົ້າໄຂ່ຮູບຮີ, ກ້ຽງ, ສີຂຽວປົນສີນໍ້າຕານ. ໝາກຮູບກ້ຽງ, ສີຂຽວ.
ການນໍາໃຊ້: ມີການນໍາໃຊ້ຫົວ ແລະ ໃບ ເອົາມາຕົ້ມນໍ້າອາບເພື່ອປິ່ນປົວຂີ້ກາກ ຫຼື ອາການ ຄັນຄາຍຕາມຜິວໜັງໄດ້. ຫົວມີນໍ້າເມືອກສາມາດໃຊ້ທາບໍລິເວນທີ່ຖືກໄຟ ແລະ ນໍ້າຮ້ອນລວກໄດ້. ນອກຈາກໃຊ້ເປັນຢາແລ້ວບາງທ້ອງຖິ່ນຍັງມີຄວາມເຊື່ອຖືວ່າເອົາເອື້ອງຊະນິດນີ້ມາປູກໄວ້ບ້ານຈະເຮັດໃຫ້ຄົນໃນຄອບຄົວສຸຂະພາບແຂງແຮງດີ.