ດອກເຜິ້ງດິນທຳມະຊາດໃນເຂດເມືອງພູກູດ ແຂວງຊຽງຂວາງ

Languages

23 Nov 2018 Authors: ແກ້ວອຸດອນ ສຸວັນນະກູມມານ, ທີ່ປືກສາ: ຮສ. ດຣ. ວີຈິດ ລຳໄຊ
Wild Terrestrial Orchids in Phou Koud District Xiangkhouang Province

ດອກເຜິ້ງດິນໃນ 10 ບ້ານ ຂອງເມືອງພູກູດ, ແຂວງຊຽງຂວາງ ໄດ້ຮັບການສຶກສາ ເລີ່ມແຕ່ເດືອນມີນາ 2016 ເຖິງເດືອນມີນາ 2018.  ດອກເຜິ້ງດິນທີ່ພົບເຫັນທັງໝົດ 2 ຕະກຸນຍ່ອຍ, 22 ສະກຸນ, 32 ຊະນິດ ທີ່ສາມາດຈຳແນກໄດ້ ໄດ້ຮັບການບັນທຶກໄວ້ໃນການສຶກສາຄັ້ງນີ້. ຕະກຸນຍ່ອຍ Epidendroideae ພົບຈຳນວນ 16 ສະກຸນ, 23 ຊະນິດ ແລະ ຕະກຸນຍ່ອຍ Orchidoideae ພົບຈຳນວນ 6 ສະກຸນ, 9 ຊະນິດ, ໃນນີ້ເປັນພືດບັນທຶກໃໝ່ຂອງລາວຈຳນວນ 4 ຊະນິດ, ແຕ່ລະຊະນິດໄດ້ສະເໜີຊື່ວິທະຍາສາດຂອງຊະນິດ, ການພັນລະນາທາງພືດສາດ, ລະບົບນິເວດແລະແຫຼ່ງທີ່ຢູ່ອາໄສ, ລະດູການອອກດອກ-ອອກໝາກ, ການກະຈາຍພັນ, ການນຳໃຊ້ແບບພື້ນເມືອງ, ຊື່ພື້ມເມືອງ, ຮູບແຕ້ມ ແລະ ຮູບພາບປະກອບ. ຕົວຢ່າງດອກເຜິ້ງດິນ ທີ່ເປັນຕົວຢ່າງແຫ້ງ ແລະ ຕົວຢ່າງໃນເຫຼົ້າ ທັງໝົດຈຳນວນ 53 ນ້ຳເບີ ແລະ 90 ຊິ້ນ ໄດ້ເກັບຮັກສາໄວ້ໃນພິພິທະພັນພືດຂອງພາກວິຊາຊີວະວິທະຍາ ຄະນະວິທະຍາສາດທຳມະຊາດ ມະຫາວິທະຍາໄລແຫ່ງຊາດ ນອກນັ້ນຍັງໄດ້ຝາກເກັບຮັກສາໄວ້ໃນພິພິທະພັນພືດແຫ່ງຊາດ ແລະ  ສວນພືກສາສາດຜາຕັດແກ້. ດອກເຜິ້ງດິນທີ່ບັນທຶກໃນ 50 ດອນຕົວຢ່າງມີຈຳນວນ 405 ຕົ້ນ, ຊະນິດທີ່ມີຈຳນວນຕົ້ນຫຼາຍທີ່ສຸດແມ່ນເອື້ອງນາງອົ້ວໃບລາຍແດງ ເຊິ່ງໄດ້ພົບ 82 ຕົ້ນ, ໃນ 9 ບ້ານ, ດັດຊະນີເທົ່າກັບ 0.323 ແລະ ຈຳນວນ 162 ຕົ້ນ/ເຮັກຕາ; ບ້ານທີ່ມີຄວາມຫຼາກຫຼາຍສູງສຸດແມ່ນບ້ານແລທອງມີດັດຊະນີເທົ່າກັບ 2.976 ແລະ ດັດຊະນີຕໍ່າສຸດແມ່ນບ້ານຊຽງແດດມີດັດຊະນີເທົ່າກັບ 1.722.  ຈາກການສຳພາດປະຊາຊົນ ເຫັນວ່າມີດອກເຜິ້ງດິນຈຳນວນ 28 ຊະນິດ ໄດ້ຖືກນຳໃຊ້ແບບພື້ນບ້ານເຊັ່ນ: ນຳໃຊ້ເປັນອາຫານ, ພືດປະດັບ, ປົວພະຍາດເບົາຫວານ, ປົວກະດູກຫັກ, ປົວບາດແຜ, ພະຍາດຜິວໜັງ, ຂັບປັດສະວະ, ບຳລຸງກຳລັງ, ວັນນະໂລກ, ມະເຮັງ, ໄຂ້ມາລາເຣຍ, ແກ້ພິດງູກັນ, ແລະ ໜິ້ວ. ການກວດສອບຄຸນນະພາບຂອງດິນເຫັນວ່າ ທາດອາຫານຫຼັກຈາກດອນຕົວຢ່າງທີ່ສຶກສາດອກເຜິ້ງດິນພົບ 2 ລະດັບຄື: ລະດັບຕໍ່າເຊິ່ງແມ່ນ N= 50 ppm, P=4–14 ppm, K=50 ppm, ພົບຈຳນວນ 12 ດອນຕົວຢ່າງທຽບກັບ 24% ຂອງຈຳນວນດອນຕົວຢ່າງທັງໝົດ ແລະ ລະດັບປົກກະຕິ ເຊິ່ງແມ່ນ N= 50–200  ppm, P=4 ppm, K=50–200 ppm, ຈຳນວນ 38 ດອນຕົວຢ່າງ (=76%) ແລະ ລະດັບສູງ (N = 200 pmm, P = 14 ppm, K = 200 ppm) ແມ່ນບໍ່ພົບໃນເຂດສຶກສາ. ຄ່າ pH ທີ່ພົບຫຼາຍ ແມ່ນ ແຕ່ 6.70 ຫາ 6.9 ພົບໃນ 32 ດອນຕົວຢ່າງ (64%), ຄ່າ pH 6.10–6.60 ພົບໃນ 13 ດອນຕົວຢ່າງ (26%) ແລະ 7.00–7.20 ພົບໃນ 5 ດອນຕົວຢ່າງ (10%). ຄ່າອຸນຫະພູມຂອງດິນພົບແມ່ນແຕ່ 16°C ຫາ 32 °C (ອຸນຫະພູມສະເລ່ຍແມ່ນ 23°C). ຈາກການສຶກສາຕ່ອງໂສ້ການຕະຫຼາດເຫັນວ່າດອກເຜິ້ງດິນ 2 ຊະນິດຄື: ເອື້ອງນາງອົ້ວໃບລາຍແດງ ແລະ ນາງອົ້ວໃບລາຍຂຽວ, ລາຄາໄດ້ເພີ້ມຂຶ້ນຢ່າງໄວວາປະມານ 4 ເທົ່າ, ຈາກລາຄາເລີ່ມຕົ້ນແມ່ນ 350,000 ກີບ/ກິໂລສົດ, ລາຄາສົ່ງອອກປາຍທາງ 500,000–1,200,000 ກີບ/ກິໂລສົດ, ໃນທາງກົງກັນຂ້າມ ປະລິມານການເກັບກູ້ໄດ້ຫຼຸດລົງຢ່າງໄວວາປະມານ 10 ເທົ່າ ແລະ ກ້າວໄປເປັນພືດທີ່ຫາຍາກ ແລະ ດັບສູນ. ໄພຂົ່ມຂູ່ທີ່ມີຕໍ່ດອກເຜິ້ງດິນສ່ວນໃຫຍ່ແມ່ນການເກັບກູ້ແບບດັບສູນ ແລະ ແຫຼ່ງທີ່ຢູ່ອາໄສຖືກທຳລາຍໂດຍມະນຸດ ແລະ ໄພທຳມະຊາດ. ການອະນຸລັກໂດຍມີການແບ່ງດິນແບ່ງປ່າເພື່ອທຳການຜະລິດທີ່ຖາວອນ, ແລະ ມີປະຊາຊົນບາງບ້ານເຂົາເຈົ້າໄດ້ພະຍາຍາມນຳດອກເຜິ້ງມາປູກເພື່ອຂາຍເປັນສິນຄ້າ. 

ເນັ້ນໃສ່ທາງດ້ານພູມສາດ

ດາວໂຫລດ

Wild Terrestrial Orchids in Phou Koud District Xiangkhouang Province - ລາວ (15.3 MB)

Wild Terrestrial Orchids in Phou Koud District Xiangkhouang Province

ການປະກອບສ່ວນ