ໄມ້ແຕ້ຮໍ້ / Mai Tea Nam

ການນຳໃຊ້
ອາຫານ
ສີນຄ້າ
ນ້ຳມັນຫອມ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Sindora siamensis Miq. / Fabaceae
ຊື່ພ້ອງ
Galedupa cochinchinensis (Baill.) Prain
Galedupa siamensis (Teijsm.) Prain
Sindora cochinchinensis Baill.
Sindora siamensis var. siamensis
Sindora wallichii var. siamensis (Teijsm.) Baker
ຊື່ອື່ນ
Malaysia: sepetir mempelas (Peninsular)
Cambodia: krâkâh'
Laos: têtê 'hoho
Thailand: makha-tae (general), makha-nam (central), makha-yum (northern)
Vietnamese name is gụ mật
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນ ໃບລົ່ນຕາມລະດູການ ຫຼື ໃບຂຽວເຄິ່ງປີ, ສູງ 25 ແມດ. ລຳຕົ້ນຊື່, ເປືອກມີສີນ້ຳຕານແກ່, ກ້ຽງ ຫຼື ມີຮອຍແຕກເລັກນ້ອຍ. ກິ່ງງ່າກົມມົນ, ກ້ຽງບໍ່ມີຂົນ. ມີທາດແຫຼວລະບາຍອອກ​ເປັນ​ນ້ຳມັນ ຈັບ​ນຳ​ໝາກ. ໃບປະກອບ, ແບບຂົນນົກປາຍ​ຄູ່, ຈັບສະຫລັບ ແລະ ກ້ຽວວຽນ, ບິ້ງໃບ ຮູບ​ໄຂ່​ຫາ​ຮູບຮີ, 2-3 ຄູ່, ປາຍ​ແຫຼມ​ເປັນ​ຕິ່ງ ຫາ ມົນ, ກົກໃບມົນ, ຂອບໃບລຽບ. ກ່າງກາງ ຮາບ ພຽງ ຢູ່ດ້ານເທິງ, ກ່າງຂັ້ນສອງສະຫຼຽງໃຫ້ກ່າງກາງ, ຂະໜານກັນຫ່າງໆ, ກ່າງຂັ້ນສາມຈັດເປັນຕາໜ່າງ. ​ກ່າງ​ຄູ່​ຕ່ຳ​ສຸດ ມີຕ່ອມນ້ອຍໆຄູ່ໜິ່ງ. ຫູໃບກົ່ງໂຄ້ງ ແລະ ຕົກລົ່ນງ່າຍ. ດອກມີຈຳນວນຫຼາຍ ຈັດລຽງຕາມຊໍ່ດອກ ອອກຢູ່ປາຍຍອດ ຫຼື ປາຍງ່າມ, ດອກມີສອງເພດ, ກ້ານດອກຍ່ອຍຍາວກວ່າ 0.5 ຊ.ມ. ໝາກມີຂະໜາດຍາວເຖິງ 8 ຊມ, ເນື້ອແຂງ, ​ແປ, ມີໜາມ, ມີນ້ຳຢາງຍອ້ຍ ອອກມາຕາມປາຍທີ່ເປັນໂຄ້ງ. ມີແກ່ນ 1 ຫາ 3 ເມັດ.(ຂໍ້ມູນຈາກ ໂຄງການໄບໂອຕິກ)

ບັນຍາຍການນຳໃຊ້

ໄມ້ໃຊ້ສຳຫຼັບສ້າງເຮືອນຊານ, ເຮັດເສົາ, ເຟີນິເຈີ, ໂຄງສ້າງອື່ນໆ ແລະ ໄມ້ຟືນ. ເປືອກໄມ້ໃຊ້ເຮັດຝາເຮືອນ, ນ້ຳມັນຈາກເນື້ອໄມ້ຢາເຮືອ ແລະ ເປືອກຫຸ້ມແກ່ນໃຊ້ປົນກັບໝາກກັບພູເພື່ອຄ້ຽວໝາກ, ບາງຄັ້ງກໍ່ໃຫ້ແກ່ນເພື່ອຕົ້ມເປັນເຄື່ອງດື່ມຄືຊາ ແລະ ເປັນສ່ວນປະສົມຂອງຫວານ, ເປືອກເປັນແຫຼ່ງຂອງທາດທານິນ ແລະ ສາມາດໃຊ້ໃນຍ້ອມຕາມໜ່າງ ຫຼື ອວນປາ. ເນື້ອໄມ້ແຂງສີນ້ຳຕານ ຫຼື ສີແດງ ແລະ ມີຈຸດສີດຳ. ມອກໄມ້ເປັນສີເທົາປົນສີນ້ຳຕານ, ມັນເນື້ອໄມ້ທີດີ, ສາມາດແປຮູບໄດ້ງ່າຍ ແລະ ມີຄວາມສວຍງາມ. ນອກຈາກນີ້ມັນຍັງທົນຕໍ່ສະພາບແວດລ້ອມສາມາດໃຊ້ໄດ້ດົນ.

ການປະກອບສ່ວນ