ໄມ້ກາດົງ / Red-young Leave Pine

ການນຳໃຊ້
ພືດເປັນຢາ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Podocarpus pilgeri Foxw / Podocarpaceae
ຊື່ພ້ອງ
Podocarpus celebicus Warb.
Podocarpus pilgeri subsp. wangii (C.C.Chang) Silba
Podocarpus schlechteri Pilg.
Podocarpus tixieri Gaussen ex Silba
Podocarpus wangii C.C.Chang
ຊື່ອື່ນ
Chinese: 小叶罗汉松 [xiao ye luo han song]
Vietnamese: Thông tre lá ngắn.
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນສູງເຖິງ 10 ມ ແລະ ໜ້າຕັດ 0.5 ມ, ເຮືອນຍອດຊົງຟຸ່ມໜາແໜ້ນ. ເປືອກສີນ້ຳຕານອ່ອນ, ເສັ້ນຝອຍ ແລະ ອ່ອນນຸ່ມຢູ່ພາຍໃນ. ໃບມີກ້ານສັ້ນ, ເນື້ອໃບບາງ, ສີຂຽວເຂັ້ມ, ເມື່ອຍັງອ່ອນເປັນສີບົວ, ໃບຈັບໜາແໜ້ນທີ່ປາຍກີ່ງ. ແຜ່ນໃບຮູບຫອກ ຫຼື ຮູບຮີ, ຍາວ 2-4 ຊມ, ກວ້າງ 5-10 ຊມ. ຊໍ່ດອກເພດຜູ້, ມີການສັ້ນໆ, ເກີດດ່ຽວຢູ່ຕາມງ່າມໃບ, ຊໍ່ຮຽວຍາວ 1.5-3 ຊມ, ເສັ້ນຜ່າສູນການ 3-4 ມມ. ຊໍ່ດອກແມ່ ເກີດດ່ຽວໆຢູ່ຕາມງ່າມໃບ, ກ້ານຊໍ່ດອກຍາວ 4-10 ມມ, ຖານຮອງດອກສີແດງ, ຮູບຖ້ວຍ ຍາວ 5-12 ມມ, ເສັ້ນຜ່າສູນກາງ 3-6 ຊມ. ແກ່ນຮູບໄຂ່ ຍາວ 8 ມມ. ດອກເມື່ອເດືອນມີນາ ເຖິງເມສາ. ແກ່ນແກ່ ເດືອນຕຸລາ-ພະຈິກ (Averyanov et al. 2014).

ບັນຍາຍການນຳໃຊ້

ເນື້ອໄມ້ໃຊ້ເຮັດເຟີນິເຈີ ແລະ ອຸປະກອນສຳລັບການກະເສດ, ເນື້ອໄມ້ຈະເປັນສີເຫຼືອງອ່ອນ ຫຼື ສີນ້ຳຕານອົມເຫຼືອງ. ເປັນໄມ້ທີ່ບໍ່ທົນໃນສະພາບພາຍນອກຖ້າຖືກຕາກແດດ ຫຼື ຕາກຝົນ. ແຕ່ຖ້າຕົກແຕ່ງພາຍໃນບ້ານຈະມີຄວາມສວຍງາມ ແລະ ແປຮູບງ່າຍ.

ການປະກອບສ່ວນ