ໄມ້ໂລງເລງຂາວ / White-wood Pine

ການນຳໃຊ້
ສີນຄ້າ
ພືດເປັນຢາ
ນ້ຳມັນຫອມ
ພືດປະດັບ
ສີ່ງປູກສ້າງ
ກ້ອນນ້ຳມັນຢາງ / ນ້ຳຢາງ
ຊື່ວິທະຍາສາດ / ຕະກຸນ
Dacrydium elatum (Roxb.) Wall. ex Hook. / Podocarpaceae
ຊື່ພ້ອງ
Corneria elata (Roxb.) A.V.Bobrov & Melikyan
Corneria pierrei (Hickel) A.V.Bobrov & Melikyan
Dacrydium beccarii var. subelatum Corner
Dacrydium junghuhnii Miq.
Dacrydium pierrei Hickel
Juniperus elata Roxb.
Juniperus elatus Roxb.
Juniperus philippsiana Wall. ex Carrière
ຊື່ອື່ນ
Lao: Long len
Vietname: Hoàng đàn gi , Duong tùng, Duong liễu, Ba.nh tùng
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນສູງເຖິງ 30 ມ, ເສັ້ນຜ່າສູນກາງ 1 ມ, ເຮືອນຍອດແບບຊົງກົມ. ເປືອກເປັນສີນ້ຳຕານ. ໃບອ່ອນເປັນຮູບເຂັມ, ອ່ອນນຸ່ມ, ກົງໂຄ້ງເລັກນ້ອຍ, ຍາວ 1-1.4 ຊມ. ຍອດແກ່ຄ້າຍສາຍເຊືອກ, ເສັ້ນຜ່າສູນກາງ 1-2 ຊມ, ໃບເປັນເກັດສາມຫຼ່ຽມ, 4-8 ມມ, ກວ້າງ 0.4-0.6 ມມ, ມີສັນດ້ານນອກ, ຈັບຊ້ອນກັນຕາມກີ່ງ. ດອກເພດຜູ້ເກີດຢູ່ປາຍກີ່ງ ຍາວ 4-8 ມມ, ເສັ້ນຜ່າສູນກາງ 1-1.2 ມມ. ຊໍ່ເພດແມ່ຮູບຊົງກົມ, ເກີດຢູ່ປາຍແບບດ່ຽວໆ, ມີ 1 ແກ່ນຕໍ່ຊໍ່. ແກ່ນສີນໍ້າຕານ, ຍາວ 4-4.5 ມມ, ເສັ້ນຜ່າສູນກາງ 3 ມມ. ດອກເກີດປະມານເດືອນກຸມພາເຖິງເດືອນມີນາ. ແກ່ນແກ່ສົມບູນເມື່ອຕຸລາເຖິງເດືອນພະຈິກ. (Averyanov et al., 2014).

ບັນຍາຍການນຳໃຊ້

ເນື້ອໄມ້ມີຄຸນນະພາບດີ, ທົນທານຕໍ່ແຮງກົດດັນ.  ໃຊ້ສຳລັບການກໍ່ສ້າງ, ເຮັດເຮືອນ ແລະ ເຮືອ, ເຮັດຕູ້, ເຄື່ອງເຟີນິເຈີ ຫຼື ຜະລິດຕະພັນເຄື່ອງດົນຕິ. ນ້ຳມັນທີ່ສຳຄັນທີ່ກັ້ນຈາກໄມ້ຖືກນຳໃຊ້ເປັນຢາ, ໂດຍສະເພາະແມ່ນຢາຮັກສາກະເພາະ ແລະ ແກ່ອາການເຈັບທ້ອງ.

ການປະກອບສ່ວນ