ໄມ້ໂລງເລງ / Fujian cypress

ການນຳໃຊ້
ສີນຄ້າ
ນ້ຳມັນຫອມ
ສີ່ງປູກສ້າງ
ກ້ອນນ້ຳມັນຢາງ / ນ້ຳຢາງ
ຊື່ວິທະຍາສາດ / ຕະກຸນ
Fokienia hodginsii (Dunn) A.Henry & H H.Thomas / Cupressaceae
ຊື່ພ້ອງ
Chamaecyparis hodginsii (Dunn) Rushforth
Cupressus hodginsii Dunn
Fokienia hodginsii subsp. kawaii (Hayata) Silba
Fokienia hodginsii var. kawaii (Hayata) Silba
Fokienia kawaii Hayata
Fokienia maclurei Merr.
ຊື່ອື່ນ
Lao: Lang len, Leng le
Vietnamese: Po mu
Chinese: 福建柏 [fu jian bai]
ສະຖານະພາບການອະນຸລັກ
Vulnerable
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນສູງເຖິງ 30 ມ ແລະ ເສັ້ນຜ່າສູນກາງ 1.8 ມ, ເຮືອນຍອດມົນກົມ. ເປືອກສີແດງປົນສີນ້ຳຕານ, ກ້ຽງ ແລະ ແຕກອອກເປັນເກັດ. ຍອດອ່ອນມີໃບເປັນເກັດຊ້ອນເລື່ອມກັນ, ເກັດຍາວ 2-7 ມມ, ເປັນສັນສີຂາວດ້ານນອກ. ໃບອ່ອນລຽບ ແລະ ແຕກຕ່າງຈາກໃບແກ່. ດອກຜູ້ຈະເປັນຊໍ່ກົມ, ສີເຫຼືອງອ່ອນປົນສີຂຽວ ເມື່ອແກ່ເປັນສີນ້ຳຕານ, ເປັນຮູບໄຂ່ ຫຼື ຮູບຂອບຂະໜານ, ຍາວ 2-5 ມມ. ດອກແມ່ສີນ້ຳຕານ, ຮູບກົມ, ເສັ້ນຜ່າສູນກາງ 1.5-2.2 ຊມ. ແກ່ນຮູບໄຂ່ຮຽວຍາວ, ມີ 3-4 ສັນ, ປີກໃຫຍ່ຮູບໄຂ່ຍາວ 5 ມມ, ປີກນ້ອຍ 1.5 ມມ. ເນື້ອໄມ້ມີກີ່ນຫອມ. ດອກອອກປະມານ ເດືອນມີນາຫາເດືອນເມສາ, ແກ່ນແກ່ເດືອນ ຕຸລາ-ພະຈິກ (Averyanov et al. 2014).

ບັນຍາຍການນຳໃຊ້

ເນື້ອໄມ້ມີກີ່ນຫອມ ແລະ ເປັນສີເຫຼືອງອ່ອນປົນສີຂາວ ສາມາດນຳໃຊ້ເປັນເຄື່ອງເຟີນິເຈີທີ່ມີລາຄາແພງ, ເຮັດເປັນເຄື່ອງດົນຕິ ແລະ ຜະລິດຕະພັນໄມ້ແກະສະລັກ. ຮາກຂອງໄມ້ຕົ້ນໃຫຍ່ມີນ້ຳຫອມຫຼາຍສາມາດສະກັດນ້ຳຫອມເພື່ອຂາຍທີ່ມີລາຄາແພງ (Hoang et al. 2004).

ການປະກອບສ່ວນ