ໄມ້ຫີ້ງແດງ / Red Woody Pine

ການນຳໃຊ້
ສີນຄ້າ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Dacrycarpus imbricatus (Blume) de Laub. / Podocarpaceae
ຊື່ພ້ອງ
Bracteocarpus imbricatus (Blume) A.V.Bobrov & Melikyan
Bracteocarpus kawaii (Hayata) A.V.Bobrov & Melikyan
Dacrycarpus imbricatus var. imbricatus
Dacrycarpus imbricatus var. patulus de Laub.
Dacrycarpus kawaii (Hayata) Gaussen
Nageia cupressina (R.Br. ex Benn.) F.Muell.
Podocarpus cupressinus R.Br. ex Benn.
Podocarpus horsfieldii R.Br. ex Wall.
Podocarpus imbricatus Blume
Podocarpus javanicus (Burm.f.) Merr.
Podocarpus kawaii Hayata
Thuja javanica Burm.f.
ຊື່ອື່ນ
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ລັກສະນະທົ່ວໄປ: ເປັນໄມ້ຢືນຕົ້ນສູງປະມານ 40 ມ, ເສັ້ນຜ່ານສູນກາງປະມານ 1 ມ, ເຮືອນຍອດຮູບໂດມ, ເປືອກລຽບ, ແຕກເປັນເກັດ, ດ້ານນອກສີນຳ້ຕານ, ດ້ານສີເຫຼືອງອ່ອນ ຫຼື ສີສົ້ມ. ກີ່ງງ່າແຕກອອກທີ່ປາຍຍອດ. ໃບຈັບຊ້ອນເລື້ອມກັນ, ຮູບແຖບ, ຍາວ 1-1.5 ຊມ, ກວ້າງ 1-2.2 ມມ, ໃບແກ່ເປັນເກັດ, ຮູບສາມຫຼ່ຽມ. ໂຄນຜູ້ເກີດຈາກຊອກໃບທີ່ປາຍຍອດ. ຕັ້ງຊື່ງ ຍາວ 1 ຊມ, ກວ້າງ 2 ມມ. ໂຄນເພດແມ່ເກີດດ່ຽວ. ເມັດ ສີແດງປົນສີນຳ້ຕານ, ຮູບໄຂ່ 0.5-0.6 ຊມ.

ການກະຈາຍພັນ: ໃນຕ່າງປະເທດພົບຢູ່ ກຳປູເຈຍ, ຈີນ, ອິນໂດເນເຊຍ, ຟິລິບປີນ, ໄທ ແລະ ຫວຽດນາມ. ໃນປະເທດລາວໄດ້ມີ ການລາຍງານທີ່ຜ່ານມາພົບຢູ່ອັດຕະປີ, ຈຳປາສັກ, ຄຳມ່ວນ, ສາລະວັນ ແລະ ຊຽງຂວາງ, ເຊີ່ງແຂວງບໍລິຄຳໄຊແມ່ນໄດ້ພົບໃນ ການສຳຫຼວດທີ່ບ້ານວັງພຽງ, ເມືອງວຽງທອງ.

ນິເວດວິທະຍາ: ມັກເກີດໃນປ່າພືດເມັດເປືອຍດັ່ງເດີມທີ່ບໍ່ຖືກລົບກວນມາກ່ອນ, ພົບໃນປ່າດົງດິບເຂດສູງ, ໃນລະດັບຄວາມສູງຈາກ ໜ້ານໍ້າທະເລ 700-1300 ມ, ມັກເກິດບ່ອນດິນລະບາຍນ້ຳໄດ້ດີ, ຫາຍາກທີ່ຈະພົບໃນພູເຂົາຫີນປູນ, ມັກອອກດອກໃນຊ່ວງເດືອນກຸມພາ ເຖີງມີນາ. ເມັດແກ່ເຕັມທີ່ເດືອນກັນຍາເຖີງເດືອນພະຈິກ.

ບັນຍາຍການນຳໃຊ້

ການນຳໃຊ້: ເປັນໄມ້ເມັດເປືອຍອິກຊະນິດໜື່ງທີ່ມີຄວາມຕ້ອງການຂອງຜູ້ສະສົມເຟີນີເຈີ ເພາະເປັນເນື້ອໄມ້ທີ່ລະອຽດ, ມີຄວາມທົນທານ, ຈື່ງເຮັດໃຫ້ໄມ້ຊະນິດມີການຂຸດຄົ້ນໃນຊ່ວງທີ່ຜ່ານມາຈຳນວນຫຼວງຫຼາຍເພື່ອຕອບສະໜອງຄວາມຕ້ອງກາານຂອງຕະຫຼາຍ. ຈື່ງ ເຮັດໃຫ້ໄມ້ຊະນິດເບົາບາງໄປໃນປະເທດເຮົາ.

ການປະກອບສ່ວນ