ໄມ້ຫີ້ງທາມ / Swamp Cypress

ການນຳໃຊ້
ສີນຄ້າ
ພືດປະດັບ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Glyptostrobus pensilis (Staunton ex D.Don) K.Koch / Cupressaceae
ຊື່ພ້ອງ
Cuprespinnata heterophylla (Brongn.) J. Nelson
Cuprespinnata sinensis (J. Forbes) J. Nelson
Cupressepinnata heterophylla (Brongn.) J.Nelson
Cupressepinnata sinensis (J.Forbes) J.Nelson
Cupressus nucifera Carrière
Glyptostrobus aquaticus (Roxb.) R.Parker
Glyptostrobus heterophyllus (Brongn.) Endl.
Glyptostrobus sinensis A.Henry ex Loder
Juniperus aquatica Roxb.
Sabina aquatica (Roxb.) Antoine
Schubertia nucifera Denham ex Endl.
Taxodium heterophyllum Brongn.
Taxodium japonicum Dehnh. ex Gordon
Taxodium japonicum var. heterophyllum Brongn.
Taxodium sinense J.Forbes
Thuja lavandulifolia Poir.
Thuja pensilis Abel
Thuja pensilis Staunton ex D.Don
ຊື່ອື່ນ
Chinese swamp cypress
Chinese Water Fir
Chinese water-pine
ສະຖານະພາບການອະນຸລັກ
Critically Endangered
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນສູງເຖີງ 35 ມ, ລຳຕົ້ນໂຄນໃຫຍ່ໃກ້ກັບດິນ, ເສັ້ນຜ່າສູນກາງປະມານ 2 ມ. ເຮືອນຍອດເປັນຮູບຈວຍບໍ່ສະໝໍ່າສະເໝີ. ມີຮາກແຜ່ກວ້າງອອກຈາກດ້ານຂ້າງ 5-7 ມ ແລະ ເປັນຮາກອາກາດພົ້ນຂື້ນຈາກດິນ. ເປືອກໜາ, ສີເທົາປົນສີນ້ຳຕານ, ເປືອກແຕກ ຕາມລວງຍາວ, ເປັນເກັດ. ໃບຈັບຢູ່ກັບກີ່ງງ່າອ່ອນ ລຽນຊ້ອນກັນເປັນແຖວ, ຄ້າຍເກັດ. ໃບທີ່ຈັບຢູ່ຕາມກີ່ງງ່າຄ້າຍຄືກັບເຂັມ, ກວ້າງ ບໍລິເວນໂຄນ, ຄ້າຍຮູບສີ່ຫຼ່ຽມ, ຍາວ 8-12 ມມ, ລຽນເປັນສອງແຖວຈັບຕາມກີ່ງງ່າໃນອາຍຸໜື່ງປີ. ຊໍ່ດອກຜູ້ເກີດຢູ່ປາຍກີ່ງງ່າ. ຊໍ່ດອກ ຜູ້ເກີດຢູ່ປາຍ ຫຼື ດ້ານຂ້າງ, ຮູບໄຂ່, ຍາວ 12-18 ມມ, ກ້ານ ຍາວ 5-6 ມມ, ປາຍມີປິກຍາວປະມານ 3 ມມ. ດອກເກີດໃນຊ່ວງເດືອນ ມັງກອນ-ມີນາ, ເມັດແກ່ປະມານເດືອນກັນຍາ-ພະຈີກ, ໂຄນສາມາດຈັບຢູ່ໄດ້ເຖີງຊ່ວງລະດູຝົນຕໍ່ໄປ.(Averyanov et al. 2014)

ບັນຍາຍການນຳໃຊ້

ເປັນໄມ້ເນື້ອລະອຽດອ່ອນ ແລະ ມີຄວາມສວຍງາມ, ແຕ່ມີຄວາມທົນທານຕໍ່ສະພາບແວດລ້ອມໄດ້ດີ. ພົບວ່ານິຍົມການນຳໃຊ້ໄມ້ຊະນິດ ນີ້ໃນປະເທດຈີນ ເພື່ອເຮັດເປັນເຟີນິເຈີ ແລະ ເປັນໜອນຂົ້ວ ຫຼື ລ່າງລົດໄຟ. ເນື້ອໄມ້ຈາກຮາກມີຄວາມເບົາ ແລະ ອ່ອນສາມາດເຮັດ ເປັນເຄື່ອງສຸຊິບໄດ້. ໄມ້ຊະນີດນີ້ໃນ ປະເທດໄດ້ມີການປູກຢ່າງກວ້າງຂວາງໃນພາກໃຕ້ ໂດຍປູກຕາມແຄມແມ່ນ້ຳ ຫຼື ຄອງໃນສວນສາທາລະນະ. ແຕ່ໃນທຳມະຊາດໄດ້ມີການຕັດເພື່ອນຳໃຊ້ ແລະ ປູກທົດແທນຄືນໃໝ່. ໃນຫວຽດນາມເປັນໄມ້ມີມູນຄ່າສູງ ເຊື່ອກັນວ່າ ໄມ້ຊະນິດມີສາມາດຕ້ານເຊື້ອມະເຮັງໄດ້ ເຖີງແມ້ຈະບໍ່ມີຫຼັກຖານ ທາງດ້ານວິທະຍາສາດ. ສ່ວນຢູ່ລາວ ໄດ້ມີ ການລັກລອບຕັດ ເພື່ອສົ່ງອອກຫວຽດນາມ, ແລະ ມີການນຳໃຊ້ປູກສ້າງເຮືອນຊານ. ( Thomas et al. 2011)

ການປະກອບສ່ວນ