ຕົ້ນໂພ / Bodhi Tree

ການນຳໃຊ້
ອາຫານ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Ficus religiosa L. / Moraceae
ຊື່ພ້ອງ
Ficus caudata Stokes
Ficus peepul Griff.
Ficus religiosa var. cordata Miq.
Ficus religiosa var. rhynchophylla Miq.
Ficus rhynchophylla Steud.
Ficus superstitiosa Link
Urostigma affine Miq.
Urostigma religiosum (L.) Gasp.
ຊື່ອື່ນ
Chinese Name: 菩提樹
Eng: Sacred tree, Sacred fig, Sacred fig Tree, The peepal tree, Peepul tree, Peepul of India, Pipal tree, Pipal of India, Bo tree, Bodhi Tree
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນຂະໜາດໃຫຍ່, ປ່ຽນໃບຕາມລະດູການ. ລຳຕົ້ນສູງເຖິງ 30 ມ, ເສັ້ນຜ່າສູນກາງ 1.5-3 ມ, ກີ່ງງ່າດົກໜາ, ກີ່ງອ່ອນກ້ຽງ, ສີຂຽວປົນສີເທົາ. ເປືອກລຽບ, ສີນ້ຳຕານປົນສີເທົາ, ທຸກສ່ວນຂອງຕົ້ນມີນ້ຳຢາງສີຂາວ. ໃບດ່ຽວ, ຈັບແບບສະຫຼັບ, ແຜ່ນໃບຮູບຫົວໃຈ, ຂະໜາດ 6-15 x 12-24 ຊມ, ປາຍໃບແຫຼມຮຽວຍາວ, ໂຄນໃບເປັນຮູບຫົວໃຈ, ຜິວໃບມັນກ້ຽງ, ເນື້ອໃບໜຽວ, ສີຂຽວເຂັ້ມ, ໃບອ່ອນຈະເປັນສີນ້ຳຕານແດງ, ເມື່ອໃບແກ່ໃກ້ຫຼົ່ນເປັນສີເຫຼືອງ. ກ້ານໃບ ຍາວ 7-12 ຊມ. ຫູໃບຍາວ 0.6-1 ຊມ, ຫຼົ່ນງ່າຍ. ດອກເປັນຊໍ່ກົມລວມກັນເປັນກະຈຸກຢູ່ພາຍໃນຖານຮອງຮັບຄ້າຍໝາກ, ຈັບຢູ່ຕາມປາຍກີ່ງງ່າ. ດອກຍ່ອຍເປັນແບບສົມບູນເພດ, ຂະໜາດນ້ອຍຈຳນວນຫຼາຍ, ເປັນສີເຫຼືອງນວນ. ໝາກແບບໝາກລວມ, ມົນກົມ ເສັ້ນຜ່ານສູນກາງປະມານ 1 ຊມ, ໝາກອ່ອນເປັນສີຂຽວ ເມື່ອສຸກຈະເປັນສີບົວປົນສີແດງ.

ບັນຍາຍການນຳໃຊ້

ຕົ້ນໂພເປັນຕົ້ນໄມ້ທີ່ສຳຄັນທາງສາສະໜາພຸດ ໄດ້ມີການປູກຕາມວັດວາອາຮາມເກືອບທຸກປະເທດທີ່ຖືສາສະໜາພຸດເພື່ອເປັນບ່ອນສັກກະຫຼະບູຊາ. ນອກຈາກສຳຄັນທາງສາສະໜາແລ້ວຍັງທີ່ຄວາມສຳຄັນທາງດ້ານອາຫານ, ຢາ ແລະ ລະບົບນິເວດ ເຊັ່ນ: ໃບອ່ອນສາມາດກີນເປັນອາຫານໄດ້, ໃຊ້ລ້ຽງໜອນໄໝມ້ອນ. ໄດ້ມີການສຶກສາພົບວ່າໃບໂພອ່ອນມີຄຸນຄ່າທາງໂພຊະນາການສູງ ເຊິ່ງມັນມີໂປຣຕິນ ແລະ ທາດຫິນປູນສູງ. ໝາກຂອງໂພສາມາດເປັນອາຫານຂອງສັດໄດ້ຫຼາຍຊະນິດ ໂດຍສະເພາະແມ່ນນົກນາໆຊະນິດ. ຕົ້ນໂພຍັງສາມາດໃຫ້ຮົ່ມເງົາທີ່ເຢັນສະບາຍ ແລະ ສາມາດປູກເປັນພືດປະດັບຕາມສະຖານທີ່ຕ່າງໆທີ່ສຳຄັນ. ໃບໂພຊ່ວຍຫຼຸດລະດັບນ້ຳຕານໃນເລືອດໂດຍການນຳເອົາໃບແກ່ 1 ກຳມືມາຕົ້ມກັບນ້ຳສາມຈອກ ແລ້ວແບ່ງດື່ມເຊົ້າ, ບ່າຍ ແລະ ແລງ. ໝາກສູກເປັນຢາຮັກສາພະຍາດຫົວໃຈ ແລະ ຂັບສານພິດ, ແກ່ນເປັນຢາຮັກສາໄຂ້, ເປືອກເປັນຢາຮັກສາອາການເຈັບຄໍ, ນ້ຳຢາງຈາກເປືອກເປັນຢາແກ້ເຈັບແຂ້ວ, ຮາກໃຊ້ເປັນຢາຮັກສາພະຍາດເຫືອກບວມ, ໃບໃຊ້ຮັກສາທ້ອງຜູກ, ຖອກທ້ອງ, ລຳຕົ້ນ ແລະ ໃບເປັນຢາລະບາຍ, ໝາກສູກເປັນຢາລະບາຍອ່ອນໆ ແລະ ຊ່ວຍໃນການຍ່ອຍອາຫານ, ແກ່ນເປັນຢາຊ່ວຍປັບປຸງຊ່ອມແຊມຮ່າງກາຍ ແລະ ຮັກສາພົກປັດສະວະອັບເສບ, ເປືອກຕົ້ນໃຊ້ເປັນຢາຮັກສາພະຍາດໜອງໃນ, ລ້າງບາດແຜ, ຊ່ວຍຮັກສາແຜເປື່ອຍ, ຫ້າມເລືອດ ແລະ ເຮັດໃຫ້ບາດແຜແຫ້ງໄວ, ເປັນຢາຮັກສາພະຍາດຜິວໜັງ, ຮາກໃຊ້ເປັນຢາຮັກສາພະຍາດເກົາ.

ການປະກອບສ່ວນ