ໝາກໃບ / Chinese black olive

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Canarium pimela K.D.Koenig / Burseraceae
ຊື່ພ້ອງ
Canarium nigrum (Lour.) Engl. [Illegitimate]
Canarium pimeloides Govaerts [Illegitimate]
Canarium tramdenum C.D.Dai & Yakovlev
Lipara nigra Lour. ex Gomes Mach.
Pimela nigra Lour.
ຊື່ອື່ນ
Chinese: 乌榄 wu lan
Vie: trám đen or cà na.
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນສູງປະມານ 20 ມ, ມີເສັ້ນຜ່າສູງກາງລຳຕົ້ນ 45 ຊມ, ມີງ່າເສັ້ນຜ່າສູງກາງປະມານ 1 ຊມ, ກ້ຽງ. ໃບປະສົມ, ມີໃບ 4-6 ຄູ່, ແຜ່ນໃບຮູບຮີກວ້າງ, ຮູບໄຂ່, ຫຼື ມົນກົມ, ກວ້າງ 2-7.5 ຊັງຕິແມັດ, ຍາວ 6-17 ຊມ, ກ້ຽງ, ໂຄນຮູບຫຼ່ີມ, ຂອບໃບລຽບ, ປາຍແຫຼມ,  ມີເສັ້ນຂະແໜງ 8-15 ຄູ່, ເສັ້ນໃບເປັນຕານ່າງ. ດອກເປັນຊໍ່ແບບກະຈ່າງ ຫຼື ຊໍ່ແບບຫ້ອຍລົງ, ກ້ຽງ, ມີດອກຈຳນວນຫຼາຍໃນຊໍ່ດອກຜູ້,  ກາບດອກ ຍາວ 2.5 ມມ, ມີແສກໃນດອກເພດຜູ້, 3.5-4 ມມ, ແສກເປັນຮູບຕັດໃນດອກແມ່,  ກິບດອກ ຍາວ 8 ມມຂອງດອກແມ່, ກ້ານຊູ່ຖົງລະອອງເກສອນຕິດກັນປະມານ 1/2 ຂອງລຳຍາວ, ຖານຮອງດອກອວບໜາ. ພວງໝາກ 8-35 ຊມ, ມີ 1-4 ໝາກ. ກ້ານໝາກຍາວ 2 ຊມ, ໝາກຮູບໄຂ່ຮຽວຍາວ, ກວ້າງ 1.7-2 ຊມ, ຍາວ 3-4 ຊມ. ເມື່ອຍັງອ່ອນເປັນສີຂຽວ, ເມື່ອສຸກແກ່ແລ້ວຈະເປັນສີດຳ, ດອກຈະອອກໃນຊ່ວງເດືອນເມສາ ເຖີງ ພືດສະພາ, ໝາກຈະເລີ່ມສຸກປະມານເດືອນຕຸລາເຖີງພະຈິກ.

ບັນຍາຍການນຳໃຊ້

ໝາກໃບເປັນໝາກໄມ້ທີ່ພົບຕາມປ່າທາງພາກເໜືອຂອງປະເທດລາວເຊັ່ນ: ອຸດົມໄຊ, ຜົ້ງສາລີ, ຫຼວງພະບາງ. ສ່ວນຫຼາຍມັກເຫັນຂາຍຢູ່ຕະຫຼາດເຊົ້າຂອງຫຼວງພະບາງ 15000ກິບ/ກີໂລ, ສາມາດພົບໄດ້ສະເພາະຊ່ວງລະດູການຂອງມັນເທົ່ານັ້ນ, ມັກຈະພົບຢູ່ຕາມຕະຫຼາດຊ່ວງເດືອນພະຈີກ ຫຼື ຫຼັງອອກພັນສາປະມານໜື່ງເດືອນ, ສ່ວນຫຼາຍຄົນຈະມັກກີນເພາະວ່າຈະມີລົດຊາດມັນຫອມ, ສາມາດເອົາມາກິນກັບເຂົ້າໜຽວອຸ່ນໆ, ແກ່ນຈະມີລົດຊາດມັນ, ສີຂາວຢູ່ທາງດ້ານໃນຈະຕ້ອງໄດ້ເອົາມີດຜ່າອອກ ແລະ ຈີ່ມເອົາ. ໝາກໃບນີ້ຕົ້ນຂອງມັນໃນທຳມະຊາດແມ່ນເລີຍມີຈຳນວນລຸດໜ້ອຍຖ້ອຍລົງ, ເພາະວ່າໄມ້ຂອງມັນເປັນເນື້ອແຂງ ຄົນມັກຕັດເອົາມາເຮັດເຮືອນ ແລະ ບາງພື້ນທີ່ເມື່ອມັນໃຫຍ່ຂື້ນໃກ້ຈະເປັນໝາກແຕ່ພັດຖືກປ່ຽນແປງພື້ນທີ່ເພື່ອປູກພືດກະສີກຳອື່ນໆ. ມັນເປັນໄມ້ຢືນຕົ້ນທີ່ມີອາຍຸຫຼາຍປີ ທີ່ຄົນສ່ວນຫຼາຍບໍ່ມັກປູກ ມີແຕ່ເກັບຈາກທຳມະຊາດມາກີນຢ່າງດຽວ. ວີທີເຮັດກີນແມ່ນນຳເອົາໝາກໃບມາອ້ອມເຮັດຄ້າຍຄືອ່ອມໝາກຄໍ້ຂຽວ, ໃສ່ກັບນ້ຳອຸ່ນປະມານ 3-5 ຊົ່ວໂມງ, ມັນຈະອ່ອນແລ້ວເອົາເກືອໃສ່ໜ້ອຍໜື່ງແລ້ວນຳເອົາມາກີນກັບເຂົ້າໜຽວອຸ່ນໆ.

ການປະກອບສ່ວນ