ຫວາຍລາວ / Lao Rattan

ການນຳໃຊ້
ອາຫານ
ພືດເສັ້ນໃຍ
ສີນຄ້າ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Myrialepis paradoxa (Kurz) J.Dransf. / Arecaceae
ຊື່ພ້ອງ
Bejaudia cambodiensis Gagnep.
Calamus paradoxus Kurz
Myrialepis floribunda (Becc.) Gagnep.
Myrialepis scortechinii Becc.
Palmijuncus paradoxus (Kurz) Kuntze
Plectocomiopsis annulata Ridl.
Plectocomiopsis floribunda Becc.
Plectocomiopsis paradoxa (Kurz) Becc.
Plectocomiopsis scortechinii (Becc.) Ridl.
ຊື່ອື່ນ
ກຳປູເຈຍ: ພະເດົາຣຸດຊີ, ທຣຽດເຈີ
ລາວ: ຫວາຍໜາມໄຊ, ຫວາຍແດງ, ຫວາຍຂີ້ໄກ່, ຫວາຍເລົາ, ເຣດລັນ
ຫວຽດ: ຊ໋ອງຣຸບ, ເໝີຍຣຸບ
ບັນຍາຍລັກສະນະພືດສາດ

ລັກສະນະລຳຕົ້ນເກີດເປັນສຸມ, ເປັນເຄືອ, ເສັ້ນລຳຕົ້ນຍາວເຖິງ 25 ມ, ເສັ້ນຜ່າສູນກາງລໍາຕົ້ນ 3.5 ຊມ; ກາບໃບສີຂຽວ, ປົກຫຸ້ມດ້ວຍຂົນສີນ້ຳຕານແດງ, ມີໜາມຄ້າຍຄືເຂັນສັ້ນ ຫຼື ຍາວ, ວຽນເປັນແຖວ, ສີນ້ຳຕານເຫຼືອງ, ຍາວ 5 ຊມ; ບໍ່ມີຫຸໃບ; ບໍ່ມີເຂົາໃບ; ບໍ່ມີມືເກາະຢູ່ກາບໃບ; ກ້ານໃບຍາວ 30 ຊມ;  ກ້ານກາງໃບຍາວ 2.1 ມ, ໃບຍ່ອຍຮູບຫອກ, ແຕ່ລະຂ້າງມີ 15-26 ໃບ, ໃບຍ່ອຍຮຽງບໍ່ສະໝໍ່າສະເໝີ, ໃບຍ່ອຍເປັນກຸ່ມ, ແຜ່ອອກໄປໃນທິດທາງຕ່າງກັນ ບາງຄັ້ງຂອງໃບມີໜາມນ້ອຍໆ; ມືເກາະຢູ່ປາຍໃບຍາວ 1.5 ມ; ຊໍ່ດອກຍາວ 0.75 ມ; ໝາກກົມມົນ, ຈັບຢູ່ລຸ່ມແຊງ, ຍາວ 2.5 ຊມ ແລະ ກວ້າງ 3 ຊມ, ສີຂຽວ, ໝາກເປັນເກັດນ້ອຍໆ. ການກະຈາຍພັນ ແລະ ຖິ່ນກຳເນິດ: ກຳປູເຈຍ ພາກກາງຂອງລາວ, ພາກໃຕ້ຂອງຫວຽດນາມ, ມຽນມາ, ໄທ, ມາເລເຊຍ, ເປນີຊູລາ, ສີງກະໂປ ແລະ ສຸມາຕຣາ. ພົບຢູ່ປ່າດົງດິບເຂດຕໍ່າ, ປົກກະຕິຢູ່ຕາມແຄມປ່າ ຫຼື ເຂດທີ່ມີການຂຸດຄົ້ນໄມ້ ພົບຢູ່ລະດັບສູງຈາກໜ້ານ້ຳທະເລ 150-224 ມ. ອອກດອກເດືອນ ພຶດສະພາ ແລະ ເປັນໝາກເດືອນພຶດສະພາ. (ຈັນສະໝອນ ພົງອຸດົມ ແລະ ຄະນະ, 2014)

ບັນຍາຍການນຳໃຊ້

ເສັ້ນລຳຕົ້ນມີຄຸນນະພາບຕໍ່າ ບາງຄັ້ງໃຊ້ເຮັດກະຕ່າ ແລະ ເຄື່ອງໃຊ້ໃນເຮືອນ. ຍອດສາມາດກີນໄດ້ ແລະ ໝາກສູກເປັນອາຫານຂອງສັດປ່າ.

ການປະກອບສ່ວນ