ຫວາຍສຸຍ / Clump Rattan

ການນຳໃຊ້
ອາຫານ
ພືດເສັ້ນໃຍ
ສີນຄ້າ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Calamus harmandii Pierre ex Becc. / Arecaceae
ຊື່ພ້ອງ
Zalaccella harmandii (Pierre ex Becc.) Becc.
ຊື່ອື່ນ
ຫຍ້າເສີຍ, ຢຽວໂມ
ບັນຍາຍລັກສະນະພືດສາດ

ລັກສະນະລຳຕົ້ນເກິດລຳດ່ຽວ, ບໍ່ເປັນເຄືອ, ລຳຕົ້ນດ່ຽວ, ເສັ້ນລຳຕົ້ນຍາວເຖິງ 1.8 ມ, ເສັ້ນຜ່າສູນກາງ 4 ຊມ; ກາບໃບເປີດ, ສີຂຽວ, ມີໜາມສີເຫຼືອງ, ແປ, ຍາວ 3 ຊມ, ຮຽງເປັນວົງແຫວນ; ຫູໃບເດັ່ນຊັດ, ມີໜາມ; ບໍ່ມີເຂົ່າໃບ; ບໍ່ມີມືເກາະຢູ່ກາບໃບ; ກ້ານໃບຍາວ 85 ຊມ, ມີຈຸ້ມໜາມສີເຫຼືອງ; ກ້າງກາງໃບຍາວ 1 ມ, ໃບຍ່ອຍຮູບແຂບ, ແຕ່ລະຂ້າງມີ 27-37 ໃບ, ໃບ່ຍ່ອຍຮຽງສະໝໍ່າສະເໜື; ບໍ່ມີມືເກາະຢູ່ປາຍໃບ; ຊໍ່ດອກຍາວ 1.8 ມ, ຕັ້ງຊັນຂື້ນ, ບໍ່ມີມືເກາະ; ກາບຊ້ອນຊໍ່ດອກເປີດ, ເປັນເສັ້ນບິດຢູ່ປາຍກາບ; ບາງສ່ວນຂອງຊໍ່ດອກຜູ້ແຕກກິ່ງງ່າ (ຊໍ່ດອກແມ່ບໍ່ແຕກກິ່ງງ່າ); ໝາກກົມສ້ວຍ, ຍາວ 1.2 ຊມ ແລະ ກວ້າງ 0.9 ຊມ, ສີນ້ຳຕານ. ການກະຈາຍພັນ ແລະ ຖີ່ນກຳເນິດ: ພາກໃຕ້ຂອງລາວ (ຢູ່ປ່າສະຫງວນພູເຫຼັກໄຟ, ອັດຕະປີ) ພົບຢູ່ປ່າປ່ຽນໃບເຂດຕໍ່າທີ່ມີລະດັບຄວາມສູງຈາກໜ້ານ້ຳທະເລ 200-300 ມ. ລະດູອອກດອກ ແລະ ໝາກ: ອອກດອກເດືອນພືດສະພາ ແລະ ເປັນໝາກເດືອນກຸມພາ ຫາເດືອນມິຖຸນາ. (ຈັນສະໜອນ ພົງອຸດົມ ແລະ ຄະນະ, 2014)

ບັນຍາຍການນຳໃຊ້

ໝາກສຸກສາມາດກິນໄດ້, ເສັ້ນລຳໃຊ້ເຮັດດ້າມພ້າ, ດ້າມມິດ ແລະ ດ້າມຫອກ, ໃບໃຊ້ມຸງຫຼັງຄາ.

ການປະກອບສ່ວນ