ຫວາຍແດງ / Red Rattan

ການນຳໃຊ້
ພືດເສັ້ນໃຍ
ສີນຄ້າ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Calamus guruba Buch.-Ham. ex Mart. / Arecaceae
ຊື່ພ້ອງ
Calamus guruba var. ellipsoideus San Y.Chen & K.L.Wang
Calamus mastersianus Griff.
Calamus multirameus Ridl.
Calamus nitidus Mart.
Daemonorops guruba (Buch.-Ham. ex Mart.) Mart.
Daemonorops guruba var. mastersianus (Griff.) Mart.
Palmijuncus guruba (Buch.-Ham. ex Mart.) Kuntze
Palmijuncus nitidus (Mart.) Kuntze
ຊື່ອື່ນ
ກຳປູເຈຍ: ພດາວອາກໂມນ, ພດາວທຣຽດ, ທຣຽດອັນໂມນ
ລາວ: ຫວາຍແດງ
ບັນຍາຍລັກສະນະພືດສາດ

ລັກສະນະຂອງລໍາຕົ້ນເປັນສຸ່ມ, ເປັນເຄືອ, ເສັ້ນລຳຍາວເຖິງ 20 ມ, ເສັ້ນຜ່າສູນກາງ 3 ຊມ; ກາບໃບສີຂຽວ, ມີຂົນສີນ້ຳຕານເຂັ້ມ ແລະ ສີນ້ຳຕານຈາງ, ມີໜາມສີນ້ຳຕານ, ແປ, ປາຍແຫຼມ, ຍາວ 3.5 ຊມ (ບາງຄັ້ງຍາວເຖິງ 10 ຊມ ຢູ່ປາຍກາບ) ປົກຫຸ້ມກະແຈກກະຈາຍ ເຖິງ ໜາແໜ້ນ; ຫູໃບ ເດັ່ນຊັດ, ບາງ, ເປັນລິ້ວ, ຫົ່ນງ່າຍ; ມີເຂົ່າໃບ; ມືເກາະຢູ່ກາບໃບຍາວ 3 ມ; ກ້ານໃບຍາວ 35 ຊມ; ກ້ານກາງໃບຍາວ 1.3 ຊມ, ໃບຍ່ອຍຮູບແຂບ-ຮູບຫອກ, ແຕ່ລະຂ້າງມີ 30-65 ໃບ, ໃບຍ່ອຍຮຽງສະໝໍ່າສະເໝີ, ໃບຍ່ອຍຢູ່ໃບປາຍນ້ອຍກວ່າໃບຍ່ອຍອື່ນໆ; ບໍ່ມີມືເກາະຢູ່ປາຍໃບ; ຊໍ່ດອກຍາວ 3 ມ, ມີມືເກາະ; ກາບຊ້ອນຊໍ່ດອກຫຼວມ, ກາບເປີດ, ແປ, ສີນ້ຳຕານ; ໝາກກົມ, ເສັ້ນຜ່າສູນກາງ 0.8 ຊມ; ສີເຫຼືອງ ຫຼື ສີນ້ຳຕານ. ການກະຈາຍພັນ ແລະ ຖີ່ນກຳນົດ: ຢູ່ກຳປູເຈຍ ແລະ ພາກໃຕ້ຂອງລາວ (ມີຢູ່ບັງກະລາເທດ, ບູຖານ, ຈີນ, ອິນເດຍ, ມຽນມາ, ໄທ, ເປນີຊູລາ ມາເລເຊຍ) ຢູ່ປ່າດົງດິບເຂດພູພຽງ ຫຼື ຢູ່ປ່າດົງເຂດສູງ, ປ່າຊາວານາ, ປ່າປະສົມປ່ຽນໃບ, ເຂດປ່າທີ່ມີການລົບກວນ, ປ່າແຄມທາງແຄມນ້ຳທີ່ມີລະດັບຄວາມສູງຈາກໜ້ານ້ຳທະເລ 1,200 ມ. ອອກດອກໃນຊ່ວງເດືອນທັນວາ. (ຈັນສະໜອນ ພົງອຸດົມ ແລະ ຄະນະ, 2014).

ບັນຍາຍການນຳໃຊ້

ເສັ້ນລຳຕົ້ນມີຄຸນນະພາບດີໃຊ້ສານກະຕ່າ ແລະ ເຮັດເຄື່ອງຫັດຖະກຳ.

ການປະກອບສ່ວນ