ເອື້ອງດິນໃບໝາກ / Pleated Leaf Spathoglottis

ການນຳໃຊ້
ສີນຄ້າ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Spathoglottis plicata Blume / Orchidaceae
ຊື່ພ້ອງ
Bletia angustifolia Gaudich.
Calanthe poilanei Gagnep.
Paxtonia rosea Lindl.
Phaius rumphii Blume
Spathoglottis angustifolia (Gaudich.) Benth. & Hook.f.
Spathoglottis augustorum Rchb.f.
Spathoglottis daenikeri Kraenzl.
Spathoglottis deplanchei Rchb.f.
Spathoglottis lilacina Griff.
Spathoglottis plicata var. minahassae Schltr.
Spathoglottis rosea (Lindl.) G.Nicholson
Spathoglottis spicata Lindl.
Spathoglottis vieillardii Rchb.f.
ຊື່ອື່ນ
Australia: The Large Purple Orchid
Chinese: Zi Hua Bao She Lan
Japan: Koto-shi-ran
ບັນຍາຍລັກສະນະພືດສາດ

ລຳຕົ້ນເປັນຮູບໄຂ່ ຍາວປະມານ 7.5 ຊ. ໃບມີກ້ານຍາວ, ແຜ່ນໃບຮູບແຖບ ຫຼື ຮູບໃບຫອກ, ພັບເປັນກິບ, ແຜ່ນໃບບາງ, ຍາວປະມານ 90 ຊມ. ກ້ານຊໍ່ດອກຕັ້ງຊື່, ສູງປະມານ 75 ຊມ, ເກີດຈາກປາຍເຫງົ້າຂອງລຳຕົ້ນ ມີດອກຈຳນວນ 5-25 ດອກ, ດອກບານແຕ່ກົກຫາປາຍຊໍ່ດອກ, ບໍ່ມີກີ່ນຫອມ, ອອກດອກຕະຫຼອດປີ. ສີມ່ວງ.

ດອກເຜິ້ງຊະນິດພົບກະຈາຍພັນເຂດພູຫິມະໄລຂອງຈິນ, ອະຊຳ, ອິນເດຍ, ບັງກລາເທດ, ອິນເດຍ, ສີລັງກາ, ເນປານ, ເກາະອັນດາມັນ, ມຽນມາ, ໄທ, ລາວ, ກຳປູເຈຍ, ຫວຽດນາມ, ມາເລເຊຍ. ໃນທຳມະຊາດພົບວ່າເປັນພືດຫາຍາກ, ມີເຫງົ້າຂະໜາດກາງ, ມັກອາກາດອົບອຸ່ນ, ພົບຕາມດິນທີ່ມີຄວາມຊຸ່ມໃກ້ກັບຫ້ວຍນ້ຳ, ພົບຢູ່ລະດັບສູງຈາກໜ້ານ້ຳທະເລ 700-2200 ມ. ພົບໃນພະລານຫີນເກີດປົນກັບຫຍ້າ ໃນປ່າປະສົມປ່ຽນໃບ ແລະ ປ່າໂຄກ

ບັນຍາຍການນຳໃຊ້

ທັ້ງຕົ້ນໃຊ້ເປັນພືດປະດັບ, ຂາຍລາຄາ 10,000-100,000 ກິບຕໍ່ຕົ້ນ.

ການປະກອບສ່ວນ