ເອື້ອງສາຍນ້ຳເຜິ້ງ / Many Flowered Dendrobium

ການນຳໃຊ້
ສີນຄ້າ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Dendrobium polyanthum Wall. ex Lindl. / Orchidaceae
ຊື່ພ້ອງ
Callista cretacea (Lindl.) Kuntze
Callista primulina (Lindl.) Kuntze
Dendrobium cretaceum Lindl.
Dendrobium nobile var. pallidiflorum Hook.
Dendrobium primulinum Lindl.
ຊື່ອື່ນ
Chinese: Bao Chun Shi Hu
ບັນຍາຍລັກສະນະພືດສາດ

ດອກເຜິ້ງຊະນີດນີ້ເກີດເປັນສຸ່ມ, ລຳຕົ້ນເນີ່ງເລັກນ້ອຍ ຫຼື ຫ້ອຍລົງ, ມັກກົ່ງໂຄ້ງຄ້າຍກຽວ, ມັກມີເກັດຫຸ້ມລຳຕົ້ນ. ດອກຈະບານໃນຊ່ວງລະດູຮ້ອນ ເຖີງຕົ້ນລະດູໜາວ, ຊໍ່ດອກສັ້ນ, ມີໃບປະດັບຂະໜາດນ້ອຍ ປະມານ 1 ຫຼື 2 ອັນ, ດອກມີກີ່ນຫອມທີ່ເກີດຈາກຊໍ່ດອກທີປາຍລຳຕົ້ນ. ກິບດອກມັກເປັນສີຂາວ ຫຼື ສີບົວ, ກິບປາກມົນ, ຂອບມີເສັ້ນຝອຍ, ເຄີ່ງກາງກິບມັກເປັນສີເຫຼືອງອ່ອນ.

ເປັນດອກເຜິ້ງທີ່ກະຈາຍພັນຢູ່ໃນເຂດ ອະຊຳ, ພາກຕາເວັນອອກຂອງພູຫິມະໄລ, ເນປານ, ໝູ່ເກາະອັນດາມັນ, ມຽນມາ, ໄທ, ລາວ, ຢູນານ (ຈີນ) ແລະ ຫວຽດນາມ. ໃນທຳມະຊາດມັກພົບເປັນພືດອີງອາໄສຕົ້ນໄມ້ໃຫຍ່, ຫ້ອຍຕາມກີ່ງງ່າ, ພົບຢູ່ສູງຈາກໜ້ານ້ຳທະເລແຕ່ 500-1000 ມ. ດອກເຜິ້ງຊະນິດນີ້ມັກແສງຕາເວັນປະມານ 3 ຊົ່ວໂມງຕໍ່ວັນ.

ບັນຍາຍການນຳໃຊ້

ລຳຕົ້ນສົດ ຫຼື ແຫ້ງ ຊົງນໍ້າຮ້ອນເຮັດຄືຊາ ເພື່ອລ້າງສານພິດຈາກລຳໄສ້. ດອກສວຍງາມສາມາດໃຊ້ເປັນພືດປະດັບ, ລຳຕົ້ນເປັນຢາພື້ນເມືອງ, ລາຄາ 15,000-30,000 ກິບຕໍ່ເຫງົ້າ ແລະ ກິໂລສົດ, ຖ້າຕາກແຫ້ງລາຄາປະມານ 90,000 ກິບຕໍ່ກິໂລ.

ການປະກອບສ່ວນ