ເອື້ອງຄຳຕາ / Gibson's Dendrobium

ການນຳໃຊ້
ສີນຄ້າ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Dendrobium gibsonii Paxton / Orchidaceae
ຊື່ພ້ອງ
Callista binocularis (Rchb.f.) Kuntze
Callista gibsonii (Paxton) Kuntze
Dendrobium binoculare Rchb.f.
Dendrobium fimbriatum var. gibsonii (Lindl.) Finet
Dendrobium fuscatum Lindl.
Stachyobium aureum Rchb.f.
ຊື່ອື່ນ
Chinese: Qu Zhou Shi Hu
Thai: Ueang Kham Ta
ບັນຍາຍລັກສະນະພືດສາດ

ລຳຕົ້ນເຄີ່ງກາງໃຫຍ່ກວ້າງກວ່າສ່ວນໂຄນ ແລະ ສ່ວນປາຍ. ເຄີ່ງກາງໄປຫາປາຍຂ້ອນຂ້າງຮຽວຍາວ, ມີ 6-10 ໃບຕໍ່ຕົ້ນ. ໃບຮູບໄຂ່ ຫຼື ຮູບຂອບຂະໜານ, ປາຍແຫຼມ, ຂອບໃບ, ແຜ່ນໜາ. ດອກເກີດຕາມຂໍ້ຂອງລຳຕົ້ນບໍລິເວນປາຍຍອດ, ດອກສີເຫຼືອງ, ມີຈຸດສີດຳຢູ່ເຄີ່ງກາງກິບດອກ.  ຊໍ່ດອກຍາວ 15-20 ຊມ, ມີດອກ 6-15 ຊມ.

ດອກເຜິ້ງຊະນິດນິ້ພົບຢູ່ເຂດປະເທດອິນເດຍ, ເນປານ, ພູຖານ, ມຽນມາ, ລາວ ແລະ ຫວຽດນາມ. ໃນທຳມະຊາດພົບຢູ່ລະດັບສູງຈາກໜ້ານ້ຳທະເລແຕ່ 600-1000 ມ, ເປັນເຫງົ້າທີ່ມີຂະໜາດໃຫຍ່. ມັກເກີດບ່ອນອາກາດອົບອຸ່ນ, ເກີດຕາມກີ່ງງ່າໄມ້ ຫຼື ຜາຫີນບ່ອນທີ່ມີໄຄໜາແໜ້ນ ບາງຄັ້ງພົບຢູ່ຕາມປ່າເປີດແປ້ນ.

ບັນຍາຍການນຳໃຊ້

ຢາ: ມີການລຳຕົ້ນແຫ້ງເພື່ອຕ້ານເຊື້ອມະເຮັງ, ລາຄາຂາຍ 15,000 ກິບຕໍ່ເຫງົ້າ, 30,000-50,000 ກິບຕໍ່ກິໂລສົດ, 80,000 ກິບຕໍ່ກິໂລແຫ້ງ.

ການປະກອບສ່ວນ