ເອື້ອງໃບຫົດ / Lichen-Like Chiloschista

ການນຳໃຊ້
ສີນຄ້າ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Chiloschista usneoides (D.Don) Lindl. / Orchidaceae
ຊື່ພ້ອງ
Epidendrum usneoides D.Don
Sarcochilus usneoides (D.Don) Rchb.f.
Thrixspermum usneoides (D.Don) Rchb.f.
ຊື່ອື່ນ
ບັນຍາຍລັກສະນະພືດສາດ

ເປັນດອກເຜິ້ງທີ່ມີໃບຂະໜາດໜ້ອຍດ ມັກເກີດໃນບ່ອນທີ່ມີອາກາດອົບອຸ່ນ, ເປັນພືດອີງອາໄສ ແລະ ມັກເກີດ ຕາມຫີນ, ມີຮາກຈຳນວນຫຼວງຫຼາຍ. ດອກຈະບານໃນຊ່ວງປາຍລະດູຝົນຫຼື ຕົ້ນລະດູໜາວ. ຊໍ່ດອກມັກຕັ້ງຊື່, ມີຂົນໜາແໜ້ນ, ຍາວປະມານ 5.5-11 ຊມ, ຊໍ່ແບບຮ່ວງເຂົ້າ. ມີດອກຈຳນວນໜ້ອຍ ແລະ ມີກີ່ນຫອມ. ດອກຈະບານໃນເດືອນກໍລະກົດ ເຖີງ ສີງຫາ.

ເປັນພືດຫາຍາກ, ພົບໃນພູຫິມະໄລ, ເນປານ, ບູຖານ, ຊິກຄິມ, ລາວ ແລະ ໄທ. ມັກພົບລະດັບສູງຈາກລະດັບໜ້າ ນ້ຳທະເລແຕ່ 1200-1700 ມ. ມັກອາກາດອົບອຸ່ນ ແລະ ເປັນພືດອີງອາໄສ ແລະ ເກີດຕາມຜາຫີນໃນປ່າດົງດິບ.

ບັນຍາຍການນຳໃຊ້

Price 400 000 (Kip)  Per kg fresh (part)

ການປະກອບສ່ວນ