ເຫັດໜ້າງົວ / Stinking Russula
APA 6th ed. ເຫັດໜ້າງົວ / Stinking Russula. (2021, December 15). Retrieved from https://www.phakhaolao.la/kb/0000088
MLA 8th ed. ເຫັດໜ້າງົວ / Stinking Russula. Pha Khao Lao, 15 December 2021, https://www.phakhaolao.la/kb/0000088.
Chicago 17th ed. Pha Khao Lao. 2021. "ເຫັດໜ້າງົວ / Stinking Russula." Published December 15, 2021. https://www.phakhaolao.la/kb/0000088.
Agaricus foetens var. lactifluus Corda
Agaricus incrassatus Sowerby
Russula foetens var. minor Singer
Chinese: Chòu hóng gū [臭紅菇]
Thai: Het Toun Mou
ດອກເຫັດສູງປະມານ 15 ຊມ. ໝວກເຫັດເປັນຮູບເຄີ່ງວົງມົນ, ຂະໜາດ (4,5)−5−17 ຊມ ແລະ ຜິວມື່ນເມື່ອຍັງອ່ອນ, ນູ່ນເຄີ່ງກາງດອກ. ເປັນສີເຫຼືອງຄ້າຍນ້ຳເຜີ້ງ ເຖີງ ສີນ້ຳຕານ. ກີບ ແລະ ສະປໍເປັນສີີຄຣິມຈາງໆ. ກ້ານດອກແຂງແຮງ, ຂະໜາດ (4,3)−5,5−11−(16) x 1,2−5 ຊມ, ສີຂາວ ຫຼື ສີນ້ຳຕານອົມເຫຼືອງ. ເນື້ອດອກເຫັດອວບໜາ, ມີກີ່ນເໜັນເມື່ອແກ່ ແລະ ມີລົດຊາດບໍ່ດີ.
ອາຫານ: ໃນລາວ ແລະ ຈີນ ເຫັດຊະນິດນີ້ສາມາດກິນເປັນອາຫານໄດ້. ແຕ່ໃນເອີຣົບແມ່ນກິນບໍ່ໄດ້. ອາຫານທ້ອງຖີ່ນຂອງລາວແມ່ນເຮັດແກງປະສົມກັບເຫັດຫຼາຍຊະນິດ. ເປັນຢາຮັກສາພະຍາດທາງກະເພາະອາຫານ ແລະ ລຳໄສ້. ໃນປະເທດລັດເຊຍເອົາເຫັດຊະນິດນີ້ເປັນເຫັດດອງເພື່ອໃຫ້ໄດ້ລົດຊາດທີ່ດີ ແລະ ເຫັດຊະນິດອື່ນໃນສະກຸນດຽວກັນ.