ເຫັດປວກ / Termite Mushroom

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Termitomyces clypeatus R. Heim / Lyophyllaceae
ຊື່ພ້ອງ
Sinotermitomyces taiwanensis M. Zang & C.M. Chen
ຊື່ອື່ນ
Thai: Het Khon
Eng: Termite mushroom
ບັນຍາຍລັກສະນະພືດສາດ

ດອກເຫັດຂະໜາດກາງເຖີງຂະໜາດໃຫຍ່, ອວບໝາ; ໝວກເຫັດເປັນສີຂາວປົນສີເທົາ ແລະ ກີບສີຂາວ. ກ້ານຈະຕີດກັບເສັ້ນໃຍ, ມັກເກີດດ່ຽວ. ໝວກເຫັດ 4 (4.3–6.7) 8 ຊມ, ສີເທົາປົນສີຂາວ, ສີນ້ຳຕານເຂັ້ມ, ເປັນຮູບໂນນໂຄ້ງ, ມີໂນນສູງ ແລະ ແຫຼມ ຢູ່ກາງໝວກ (ສູງ 4−7ມມ). ກິບ ສີຂາວ, ແຍກຈາກກັນ, ກວ້າງ ແລະ ເປັນຈຸ້ມ. ກ້ານເຫັດ 6.9 (7.1–11.2) 12.3x0.9 (1.0–1.4) 1.5 ຊມ, ສີຄີມປົນສີຂາວ, ຮຽວຍາວ, ສ້ວຍເຂົ້າໄປຫາປາຍ, ມີເສັ້ນໃຍຕິດ. ສະປໍ 5.2 (5.5–7.8) 8.1x3.9 (4.2–5.2) 6μm, ຮູບຮີ ແລະ ຜາກັ້ງບາງໆ.  ດອກເຫັດສົດເມື່ອແກ່ເຕັມໄວ້ 10.6g (9.3–15.4 g). ຢູ່ພື້ນດິນ ສ່ວນຫຼາຍແມ່ນປວກທີ່ຝັງດິນຢູ່. (Greeshma et al. 2012) 

ບັນຍາຍການນຳໃຊ້

ຢູ່ໃນທ້ອງຖີ່ນເປັນອາຫານໄດ້ຫຼາຍຊະນີດເຊັ່ນ: ຊຸບກັບຜັກ ຫຼື ແກງກັບໜໍ່ໄມ້
ສ່ວນຫຼາຍພົບວ່າມີການແກງປະສົມກັບເຫັດອັນຫຼາກຫຼາຍຊະນີດທີ່ນີຍົມໃນລາວ.
− ສ້າງພູມຄູ້ມກັນຂອງຮ່າງກາຍ. ຊ່ວຍປ້ອງກັນ ແລະ ຢຸດການເປັນມະເຮັງ.
− ເສີມສ້າງຮ່າງກາຍ.
− ຊ່ວຍໃຫ້ລະບົບຍ່ອຍອາຫານເຮັດວຽກຕາມປົກກະຕິ. ປ້ອງກັນພະຍາດຫລອດເລືອດສະຫມອງ
− ຊ່ວຍລົດອາການໄຂ້ຍຸງ  ແລະ ຂັບສິ່ງເສດເຫຼືອຈາກຮ່າງກາຍ.
− ຊ່ວຍປ້ອງກັນພະຍາດທາງເພດສຳພັນ.
− ຊ່ວຍປ້ອງກັນພະຍາດເບົາຫວານ.
− ຊ່ວຍເສີມຂະຫຍາຍຊີວິດຂອງຜູ້ຕິດເຊື້ອ HIV ຫຼື ເອດສ.
− ລະດັບ cholesterol ແລະ ນ້ຳຕານເປັນປົກກະຕິ. ລາງໄຂມັນຕາມເສັ້ນເລືອດ
− ຊ່ວຍໃຫ້ການໄຫຼວຽນຂອງເລືອດໃນຮ່າງກາຍດີຂຶ້ນ.
− ສ້າງຂອງສົມດຸນຂອງລະບົບຕ່າງໆພາຍໃນຮ່າງກາຍ.

ການປະກອບສ່ວນ