ເຫັດກ້ານຈອງດຳ / Wood-decay Fungi

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Amauroderma rugosum (Blume & T. Nees) Torrend / Ganodermataceae
ຊື່ພ້ອງ
Scindalma rugosum (Blume & T. Nees) Kuntze
Polyporus sandakanii Lloyd
Amauroderma rugosum var. latiporum Corner
Fomes rugosus Nees
ຊື່ອື່ນ
Thai: Cwak Ngu Si Ob Xiew, Cwak Ngu Kha Khaeng, Ling Jeu Dam Dan
Chinese: Jiǎ zhī [假芝]
ບັນຍາຍລັກສະນະພືດສາດ

ດອກເຫັດລັກສະນະຄ້າຍຄືຈອງ, ສູງປະມານ 20 ຊມ. ໝວກເຫັດ ກວ້າງ 2−15 ຊມ, ຮູບເຄີ່ງວົງມົນ ແລະ ບໍ່ລຽບ ຫຼື  ຄ້າຍຮູບວີ, ເນື້ອບາງ ຫຼື ໜາ, ໜຽວ ແລະ ແຂງ, ມີຮ່ອງນູ່ນ ແລະ ຍັບຍໍ້, ໂດຍທົ່ວໄປຈະເປັນສີນ້ຳຕານເຂັ້ມ ແລ້ວປ່ຽນເປັນສີດຳ,  ເມື່ອແກ່ຈະດຳເສົ້າ (ລວມທັ້ງຂອບ), ດ້ານລຸ່ມຈະເປັນສີເທົາຈ່າງໆ, ໜວກທີ່ກຳລັງ ຈະເລີນເຕີບໂຕເຕັມທີ່ຈະເປັນສີນ້ຳຕານຄ້າຍໝາກເກົາລັດ, ຂອບມັກຈະປັນສີຂາວ, ຂອບເປັນຮູບຕັດ.

ບັນຍາຍການນຳໃຊ້

ຢາພື້ນເມືອງ: ຢາພື້ນເມືອງແມ່ນໃຊ້ເພື່ອຮັກສາການອັບເສັບກະເພາະອາຫານ, ຂັບປັດສະວະ ແລະ ປ້ອງກັນ ພະຍາດມະເຮັງ (Chan et al. 2015). ການວິເຄາະທາງໂພຊະນາການຂອງເສັ້ນໃຍແຫ້ງຂອງ A. rugosum (KUM 61131) ຈາກການປູກ ພົບວ່າມີທາດ ຄາຣ໌ໂບໄຮເດຣດ, ໂປຣຕີນ, ເສັ້ນໃຍອາຫານ, ຟົສຟໍຣັດ, ໂປເທສຊຽມ ແລະ ໂຊດຽມ

 

ການປະກອບສ່ວນ