ເຫັດເຜິ້ງດຳ / King Bolete Mushroom
APA 6th ed. ເຫັດເຜິ້ງດຳ / King Bolete Mushroom. (2021, August 23). Retrieved from https://www.phakhaolao.la/kb/0000071
MLA 8th ed. ເຫັດເຜິ້ງດຳ / King Bolete Mushroom. Pha Khao Lao, 23 August 2021, https://www.phakhaolao.la/kb/0000071.
Chicago 17th ed. Pha Khao Lao. 2021. "ເຫັດເຜິ້ງດຳ / King Bolete Mushroom." Published August 23, 2021. https://www.phakhaolao.la/kb/0000071.
Suillus portentosus (Berk. & Broome) Kuntze
Phaeogyroporus portentosus (Berk. & Broome) McNabb
Gyroporus portentosus (Berk. & Broome) G. Stev.
Vietnamese: Nấm ngoại cộng sinh ăn được
Chinese: (是暗褐网柄牛肝菌) Shì àn hè wǎng bǐng niú gān jùn
English: King bolete mushroom, Black bolete, Edible Ectomycorrhizal Mushrooms
ດອກເຫັດກວ້າງປະມານ 20 ຊມ, ເປັນຮູບຄັນຮົ່ມ, ວ້ຳເຂົ້າເຄີ່ງກາງດອກເຫັດເລັກນ້ອຍ, ເປັນສີນໍ້າຕານເຫຼືອງ ເຂັ້ມປົນສີຂຽວ. ຂອບດອກມັກຢືນອອກມາກາຍຫຼອດເລັກນ້ອຍ, ປາຍແຫຼມ, ອວບໜາ 2.5 ຊມ ຫຼື ໜາກວ່າ, ອອກສີຂຽວໝາກນາວ, ສີນ້ຳຕານດ້ານລຸ່ມ. ກ້ານດອກຍາວ 9 ຊມ, ໜາ 2 ຊມ ໃນບໍລິເວນເຄີ່ງກາງ, ຈະສ້ວຍເຂົ້າໃກ້ໂຄນ ແລະ ປາຍກ້ານດອກຈະເປັນສີເຫຼືອງ ປົົນສີນ້ຳຕານ, ເປັນສີຂຽວເລັກນ້ອຍ, ດ້ານໃນຈະເປັນ ສີແດງປົນສີນ້ຳຕານ, ຈະເຂັ້ມບໍລິເວນໂຄນກ້ານ. ຫຼອດຈະເປັນສີຂຽວໜາກນາວ ຍາວ 4 ຊມ.
ອາຫານ: ເປັນເຫັດທີ່ມີຄວາມນິຍົມ, ສາມາດເກັບຈາກທຳມະຊາດ ເພື່ອນຳມາປຸງແຕ່ງເປັນອາຫານ, ສາມາດເກັບເຫັດຊະນິດນີ້ ຈາກທຳມະຊາດໃນຊ່ວງລະດູຝົນ. ໃນທ້ອງຖີ່ນສ່ວນຫຼາຍແມ່ນເປັນແກງສົ້ມເຊັ່ນ: ແກງໃສ່ສົ້ມໃບໝາກຂາມ, ໃບສົ້ມຕີ້ວ ແລະ ໃບສົ້ມປ່ອຍ.
ສັບພະຄູນທາງຢາ: ເປັນເຫັດທີ່ສາມາດບຳລຸງຮ່າງກາຍ, ລົດອາການໄຂ້ຫວັດ ແລະ ປົວອາການປວດຂໍ້ກະດູກ.