tabi
ຝອຍກວດທີ່ຜະລິດຈາກພາກເໜືອ ຂອງ ສປປ ລາວ

ຟອຍກວາດ ເປັນເຄື່ອງມືທີ່ຜະລິດນຳໃຊ້ອະນາໄມໃນຄົວເຮືອນຂອງຄົນລາວມາແຕ່ດົນນານ, ໂດຍນຳໃຊ້ວັດຖຸດິບເຄື່ອງປ່າຂອງດົງມາຜະລິດສຳລັບໃຊ້ອະນາໄມ ແລະປັດກວາດເຮືອນຊານທຸກວັນ. ຮູບແບບຟອຍກວາດທີ່ຄົນລາວນຳໃຊ້ຈະມີຄວາມແຕກຕ່າງກັນຢູ່ໃນແຕ່ລະທ້ອງຖິ່ນ.

ຮູບແບບການຜະລິດຟອຍກວາດ
ຟອຍກວາດທີ່ຜະລິດໃຊ້ ແລະຈຳໜ່າຍຢູ່ໃນທ້ອງຕະລາດໃນທົ່ວປະເທດແມ່ນມີລັກສະນະທີ່ແຕກຕ່າງກັນ ຂື້ນຢູ່ກັບເຕັກນິກວິທີການຜະລິດຂອງແຕ່ລະທ້ອງຖິ່ນ. ໃນບາງທ້ອງຖິ່ນໃຊ້ລຳຕົ້ນແຂມ ເຮັດເປັນກ້ານຟອຍກວາດ ໂດຍໃຊ້ຫວາຍ ຫຼື ເຊືອກມັດຕິດກັນໃຫ້ແໜ້ນເປັນກ້ານຟອຍກວາດ ຊຶ່ງເປັນຮູບແບບການຜະລິດແບບດັ້ງເດີມຂອງ ປະຊາຊົນຄົນລາວ.

ອີກໃນບາງທ້ອງຖິ່ນແມ່ນໄດ້ນຳໃຊ້ໄມ້ ຫຼືໄມ້ປ່ອງເຮັດເປັນກ້ານຂອງຟອຍກວາດ, ໂດຍໃຊ້ວິທີການຖັກແຂມ ຫຼືມັດ ແຂມເປັນລູກ ຫຼືດີ້ວ ແລ້ວຖັກໃສ່ກ້ານໄມ້ ຫຼືໄມ້ປ່ອງ ຊຶ່ງເປັບຮູບແບບທີ່ກຳລັງຜະລິດກັນແຜ່ຫຼາຍໃນປັດຈຸບັນ.

ການປະກອບສ່ວນ