ໝາກແໜ່ງແດງສາມາດເກັບກູ້ເມື່ອປູກໄດ້ 3 ປີຂຶ້ນໄປ, ສາມາດເກັບຜົນຜະລິດໃນຊ່ວງເດືອນກໍລະກົດ–ເດືອນຕຸລາ. ສາມາດເກັບໄດ້ປະມານ 4–6 ເທື່ອຕໍ່ປີ.
ການແປຮູບ: ສ່ວນຫຼາຍແມ່ນເຮັດໃຫ້ແຫ້ງ ແລະ ເພັກໃຊ້ບັນຈຸຫຸ້ມຫໍ່, ການເຮັດແຫ້ງສາມາດຕາກແດດ ຫຼື ອົບດ້ວຍເຄື່ອງອົບ. ແຕ່ຊາວກະສິກອນສ່ວນຫຼາຍແມ່ນໃຊ້ເຕົາອົບໃຊ້ໄຟຈາກຟືນ. ເມື່ອແຫ້ງສາມາດບັນຈຸໄວ້ໃນເປົາປານ ເພື່ອໃຫ້ລະບາຍອາກາດໄດ້ດີ, ເກັບມ້ຽນບ່ອນປອດໄພຈາກສັດ ແລະ ແມງໄມ້.

ການເກັບກູ້ສ່ວນຫຼາຍແມ່ນເກັບຈາກປ່າ, ສ່ວນຫຼາຍແມ່ນຂື້ນກັບຈຳນວນຕົ້ນໝາກແໜ່ງມີຢູ່ໃນປ່ານັ້ນ ຫຼາຍ ຫຼື ໜ້ອຍປານໃດ. ແຕ່ສ່ວນຫຼາຍຄອບຄົວໜື່ງກໍ່ສາມາດເກັບກູ້ໄດ້ປະມານ 80ກິໂລ/ຄອບຄົວ/ປີ. ຖ້າມີການຈັດການຫຼື ບົວລະບັດຮັກສາອາດຈະໄດ້ຜົນຜະລິດຫຼາຍກວ່ານີ້.

ການປະກອບສ່ວນ