ປໍສາ / Paper Mulberry

ການນຳໃຊ້
ອາຫານ
ພືດເສັ້ນໃຍ
ສີນຄ້າ
ພືດເປັນຢາ
ນ້ຳມັນຫອມ
ຊື່ວິທະຍາສາດ / ຕະກຸນ
Broussonetia papyrifera (L.) L'Hér. ex Vent. / Moraceae
ຊື່ພ້ອງ
Broussonetia kasii Dippel
Broussonetia kazi Siebold ex Blume
Broussonetia maculata Steud.
Broussonetia nana Bureau
Broussonetia navicularis Lodd. ex Bureau
ຊື່ອື່ນ
ໄທ: ປໍສາ, ປໍກຣະສາ, ມໍມີ່, ມໍພີ, ປໍໄຟ, ຈາມຈາ, ຈາມສາ, ຈາດາຂໍ, ແສງສາ, ໃສແລ.
ມຽນມາ: ມາເລງ, ທາເລ, ດາເລງ.
ຫວຽດນາມ: ເດືອງ, ຈຶເດົາພູ, ເມໄອ.
ກຳປູເຈຍ: ຣອງ.
ຈີນ: ຈຸເຕົາຊຸ, ກູຊຸ.
ອັງກິດ: paper mulberry, tapa-cloth tree.
ບັນຍາຍລັກສະນະພືດສາດ

ປໍສາ ເປັນໄມ້ຫຼົ່ນໃບ, ຕົ້ນມີລັກສະນະເປັນພຸ່ມ ມີເຮືອນຍອດແຜ່ກວ້າງ, ສູງ 3-20 ແມັດ ແລະ ມີໜ້າຕ້າງພຽງເອິກ 5-50 ຊັງຕີແມັດ. ເປືອກຂອງມັນ ໜາ, ກ້ຽງ, ສີເທົ່າ, ມີຢາງສີຂາວ. ໃບ ຫຍາບ, ຊາ, ມີຮູບຮ່າງຕ່າງກັນ ເຊັ່ນ ຕົ້ນອ່ອນ ເປັນແກກເລິກ ແລະ ຕົ້ນແກ່ ໃບເປັນຮູບໄຂ່, ຂອບໃບ ເປັນແຂ້ວ. ຂະໜາດຂອງໃບ ຍາວ 7-20 ຊັງຕີແມັດ, ກວ້າງ 6-8 ຊັງຕີແມັດ ແລະ ມີກ້ານໃບ ຍາວ 3-10 ຊັງຕີແມັດ. ກິ່ງງ່າອ່ອນມີສີຂຽວ, ມີຂົນ  ແລະ ສ່ວນເປືອກແກ່ ເປັນສີນ้ำຕານ ມີເສັ້ນໃຍຫຼາຍ. ກິ່ງງ່າແກ່ ມີເປືອກໜາ ເປັນສີນ้ำຕານປົນເທົ່າ, ແຕ່ວ່າຜ່ອຍ ບໍ່ທົນທານຕໍ່ລົມພັດ. ດອກຢູ່ຕົ້ນຜູ້ເປັນສີເຫຼືອງ ປົນຂາວ, ຊໍ່ດອກເປັນຮວງຍາວ 10-15 ຊັງຕີແມັດ. ຊໍ່ດອກຢູ່ຕົ້ນແມ່ເປັນຫົວມົນກົມ ມີເສັ້ນຜ່າສູນກາງ 1.2-1.8 ຊັງຕີແມັດ. ໝາກ ເປັນໝາກເນື້ອ, ມົນ, ສີສົ້ມ ແລະ ມີຂົນສີມ່ວງ, ມີເສັ້ນຜ່າສູນກາງ 1-3 ຊັງຕີແມັດ ແລະ ບັນຈຸມີແກ່ນນ້ອຍໆ ສີແດງຊ້ຳເປັນຈຳນວນຫຼວງຫຼາຍ ແລະ ແຕ່ລະແກ່ນແມ່ນຈັບໃສ່ກັບກ້ານໝາກເປັນເນື້ອ ຊຶ່ງຍາວ ປະມານ 1.2 ຊັງ

ບັນຍາຍການນຳໃຊ້

ເປືອກປໍສາ ໄດ້ນຳໃຊ້ກັນໃນທ້ອງຖິ່ນຕ່າງໆ ຫຼາຍສັດຕະວັດມາແລ້ວ ຄືນຳມາເຮັດເຈ້ຍ ແລະ ເຄື່ອງນຸ່ງຫົ່ມ. ຄົນຍີ່ປຸ່ນ ກໍໄດ້ນຳເອົາພືດໃນສະກຸນດຽວກັນນີ້ ມາເຮັດເຈ້ຍ “ວາຊີ” ແລະ ເຄື່ອງນຸ່ງສຳລັບເຂົ້າພິທີແຕ່ງງານ. ໃນປະເທດລາວເຮົາ ກໍໄດ້ນຳເອົາປໍສາມາເຮັດເປັນຂອງທີ່ລະນຶກຫຼາຍປະເພດຂາຍໃນທ້ອງຖິ່ນ ໃນຂະນະທີ່ສົ່ງອອກເປືອກ ແລະ ເສັ້ນໃຍ. ຢູ່ແຂວງ ຊຽງຂວາງ ເພິ່ນໄດ້ນຳເອົາເປືອກປໍສາມາເຮັດເປັນເຈ້ຍສຳລັບພິທີທາງສາດສະໜາ ແລະ ເຮັດແຜ່ນຄັນຮົ່ມ. ຢູ່ແຂວງຫຼວງພະບາງ ໄດ້ນຳເອົາຂີ້ເທົ່າຈາກການເຜົາລຳຕົ້ນປໍສາ ມາຟອກເຈ້ຍທີ່ຜະລິດຈາກເປືອກປໍສາໃຫ້ຂາວ ແລະ ນຳທີ່ໃຊ້ຟອກເຈ້ຍນັ້ນ ຍັງເອົາໄປນຳໃຊ້ເປັນປຸຍສຳລັບຕົ້ນໄມ້ອີກດ້ວຍ. ນອກຈາກນນັ້ນໃບປໍສາຍັງນຳມາເປັນ ອາຫານໝູ, ງົວ, ຄວາຍ. ແກ່ນປໍສາບັນຈຸມີນ້ຳມັນ ຊຶ່ງຢູ່ຫວຽດນາມ ເພິ່ນໃຊ້ເຮັດສະບູ, ສານຂີ້ເຜິ້ງ ແລະ ຜະລິດເປັນນ້ຳມັນເຄືອບເງົາທາໄມ້. ປະຊາຊົນຢູ່ໃນຫຼາຍທ້ອງຖິ່ນໄດ້ນຳເອົາໝາກ, ໃບ, ເປືອກ ແລະ ຮາກມາໃຊ້ເປັນຢາປົວທອ້ງບິດ. ບັນຫາກ່ຽວກັບໝາກໄຂ່ຫຼັງ ກໍສາມາດປົວໄດ້ ໂດຍເອົາຮາກປໍສາ, ເມັດເຂົ້າ ແລະ ອ້ອຍດຳ ຕົ້ມປະສົມກັນແລ້ວດື່ມ. ໄມ້ປໍສາໃຊ້ສຳລັບເຮັດຟືນ ແລະ ໃຊ້ປູກເຫັດໄດ້ (ເຫັດຫູໜູ).

ການປະກອບສ່ວນ