ສັດຕູພືດ, ວິທີການປ້ອງກັນ ແລະ ກໍາຈັດ.                                                  
ຕ້ອງໝັ່ນກວດກາ ແລະ ຕິດຕາມສວນປູກ ເມື່ອພົບເຫັນການລະບາດຂອງສັດຕູພືດຕ່າງໆສາມາດກຳຈັດໄດ້ດັ່ງນີ້: ປະເພດບົ້ງ: ແກ່ນກະເດົາແຫ້ງ 1 ກິໂລບົດລະອຽດ ແຊ່ນ້ຳ 100 ລິດ 1 ຄືນ. ຕອງເອົາກາກແກ່ນກະເດົາອອກ, ປະສົມສານຈັບໃບ ( ນ້ຳສະບູ່ ) ຊີດຕອນແລງ. ກຳຈັດບົ້ງ. ຖ້າບໍ່ມີແກ່ນກະເດົາ ໃຫ້ເອົາໃບກະເດົາ 3 ກິໂລຕຳໃຫ້ແຫຼກໃຊ້ນ້ຳ 5 ລິດ ແຊ່ໄວ້ 1 ຄືນຕອງເອົານ້ຳຢາປະສົມສານຈັບໃບຊີດຕອນແລງ 3 ວັນຕິດຕໍ່ກັນ.
ດ້ວງເຈາະລຳຕົ້ນ: ເມື່ອເຫັນຮູຂອງດ້ວງເຈາະເຂົ້າທຳລາຍ ຄວນຕັດອອກແລ້ວເອົາໄປເຜົາໄຟຖິ້ມ, ຖ້າຫາກຢູ່ໃນງ່າໃຫຍ່ ຫຼື ກົກຂອງຕົ້ນໝາກກ້ຽງ ແມ່ນໃຫ້ເອົາ ສຳລີຈຸ່ມໃສ່ນ້ຳມັນກາດ ຫຼື ນ້ຳມັນກາຊວນ ແລ້ວແຍ່ເຂົ້າໄປທາງໃນຂອງຮູດ້ວງ ຫຼື ສີດເຂົ້າໄປໃນແລ້ວເອົາດິນໜຽວອັດໄວ້.
ເພັ້ຍທຸກຊະນິດ: ຢາສູບປຸກໆ 3.5 ກິໂລ ໃສ່ນ້ຳ 5 ລິດຕົ້ມໃຫ້ແຫ້ງເຫຼືອນ້ຳ 3 ລິດປະສົມສານຈັບໃບ, ນ້ຳຢາ 5 ບ່ວງແກງຕໍ່ນ້ຳ 5 ລິດ. ຊີດຕອນແດດກ້າ, ກຳຈັດເພັ້ຍທຸກໆຊະນິດຂໍ້ຄວນປະຕິບັດ: ໃຫ້ນຸ່ງເຄື່ອງປົກປິດຮ່າງກາຍ ແລະ ໃຊ້ຜ້າປິດປາກ ແລະ ດັງ, ໃຫ້ຊີດຕອນສວຍ, ຊີດອ້ອມເປັນວົງມົນເຂົ້າມາໃນເວລາຊີດຢາ. ຫຼັງຈາກສຳເລັດການຊີດຢາໃຫ້ອານາໄມອາບນ້ຳດ້ວຍສະບູ.
 

ການປະກອບສ່ວນ