ໝາກກ້ຽງນ້ຳບາກ / Nam Bak Orange

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Citrus sinensis (L.) Osbeck ‘Valencia’ / Rutaceae
ຊື່ພ້ອງ
ຊື່ອື່ນ
Eng: Sweet orange, Bigarade, Bilti oranges, Orange, Sevile orange, Sour orange, Surect orange
Thai: Som Kieng, Ma Kieng
ບັນຍາຍລັກສະນະພືດສາດ

ຕົ້ນໝາກກ້ຽງເປັນໄມ້ຢືນຕົ້ນຂະໜາດກາງ, ສູງ 3–10 ມ. ເປືອກລຽບ. ໃບປະສົມ, ຈັບສະຫຼັບ, ແຜ່ນໃບຮູບຮີ ຫຼື ຮູບໄຂ່, ປາຍໃບແຫຼມ ຫຼື ວ້ຳຕື່ນເລັກນ້ອຍ, ຂອບແຂ້ວເລື້ອຍ, ແຜ່ນໃບກວ້າງ 2–4 ຊມ ແລະ ຍາວ 5–8 ຊມ, ສີຂຽວເຂັ້ມເປັນມັນ. ກ້ານໃບສັ້ນ ແຜ່ເປັນແຜ່ນ, ມີຫູໃບນ້ອຍຮຽວ. ດອກອອກເປັນຊໍ່ແບບກະຈະຕາມຊອກໃບ, ດອກຍ່ອຍມີ 10–20 ດອກຕໍ່ຊໍ່, ເປັນດອກແບບສົມບູນເພດ, ເມື່ອດອກບານຈະມີກີ່ນຫອມ. ກີບດອກສີຂາວ, 4–5 ກີບ, ມີເກສອນຜູ້ 20–25 ອັນ. ໝາກມົນກົມ, ເມື່ອຍັງອ່ອນສີຂຽວ, ເມື່ອແກ່ຈະເປັນສີສົ້ມປົນສີຂຽວ, ເສັ້ນຜ່າສູນກາງ 7–10 ຊມ, ຜິວລຽບເປັນມັນ, ເປືອກໜາ 0.5 ຊມ, ມີຫ້ອງປະມານ 12 ຫ້ອງ, ອັດແໜ້ນດ້ວຍເນື້ອອ່ອນສີເຫຼືອງ. ແກ່ນຮູບໄຂ່, ເປືອກຫຸ້ມສີຂາວ.

ບັນຍາຍການນຳໃຊ້

ຮັກສາອາການທ້ອງຜູກ: ໝາກກ້ຽງເປັນໜື່ງໃນໝາກໄມ້ຮັກສາອາການທ້ອງຜູກໄດ້, ເພາະມີໃຍອາຫານສູງ, ຊ່ວຍໃຫ້ລະບົບອາຫານ ແລະ ການຂັບຖ່າຍໄດ້ສະດວກ ໂດຍກີນໝາກກ້ຽງໝ່ວຍໜື່ງກໍ່ຈະໄດ້ເສັ້ນໃຍອາຫານ 2.0 ກຣາມ.
ກະຕຸ້ນພູມຄຸ້ມກັນຮ່າງກາຍ: ດ້ວຍຄວາມເປັນໝາກໄມ້ທີ່ມີວິຕາມິນຊີສູງ, ຈຶ່ງເຮັດໃຫ້ໝາກກ້ຽງຈັດເປັນໝາກໄມ້ຊ່ວຍກະຕຸ້ນພູມຄຸ້ມກັນຂອງຮ່າງກາຍ, ຊ່ວຍປ້ອງກັນອາການອ່ອນເພ້ຍຂອງຮ່າງກາຍ, ຈົນເຖິງການເຈັບໄຂ້ໄດ້ປ່ວຍອື່ນໆ, ເພາະເມື່ອຮ່າງກາຍມີພູມຄຸ້ມກັນທີ່ແຂງແຮງ ເຮົາກໍ່ຈະບໍ່ເຈັບປ່ວຍໄດ້ງ່າຍ, ເຊື້ອພະຍາດ ແລະ ໄວຣັດຕ່າງໆ ກໍ່ໝົດໂອກາດທີ່ຈະແຊກແຊງໄດ້.

ປັບສົມດູນລະດັບນ້ຳຕານໃນເລືອດ: ນ້ຳຕານຟຣຸກໂຕສໃນເນື້ອໝາກກ້ຽງສົດມີສ່ວນຊ່ວຍໃຫ້ລະດັບນ້ຳຕານໃນເລືອດບໍ່ຂຶ້ນລະດັບສູງໄດ້ເມື່ອຮັບປະທານໝາກກ້ຽງເຂົ້າໄປ ສ່ວນເສັ້ນໃຍອາຫານໃນໝາກກ້ຽງຍັງຊ່ວຍໃຫ້ຮ່າງກາຍຄວບຄຸມລະດັບນ້ຳຕານໃນເລືອດໄດ້ອິກດ້ວຍ.

ຊ່ວຍຫຼຸດຄວາມດັນເລືອດສູງ: ເປັນໝາກໄມ້ທີ່ອຸດົມສົມບູນໄປດ້ວຍໂປແທສຊຽມ ແລະ ຍັງມີປະລິມານໂຊດຽມຄ່ອນຂ້າງຕໍ່າ, ຈຶ່ງຊ່ວຍໃນຂະບວນການໄຫຼວຽນຂອງເລືອດໄດ້ດີ ເຮັດໃຫ້ຮ່າງກາຍຄວບຄຸມຄວາມດັນເລືອດໄດ້ຢ່າງສົມບູນ ແລະ ຍັງຊ່ວຍຫຼຸດຄວາມດັນເລືອດໃນຜູ້ທີ່ເປັນພະຍາດຄວາມດັນເລືອດສູງອິກດ້ວຍ.

ບຳລຸງຫົວໃຈ: ໂປແທສຊຽມໃນເນື້ອໝາກກ້ຽງຄືສ່ວນສຳຄັນທີ່ຊ່ວຍໃຫ້ຫົວໃຈເຮັດວຽກໄດ້ຢ່າງມີປະສິດທິພາບ ນອກຈາກນີ້ຍັງມີວິຕາມິນ ແລະ ແຮ່ທາດຕ່າງໆ ທີ່ດີຕໍ່ການເຮັດວຽກຂອງຫົວໃຈ, ຊ່ວຍໃຫ້ຫົວໃຈເຕ້ັນຖືກຈັງຫວະປົກກະຕິ ແລະ ຊ່ວຍໃນການໄຫຼວຽນຂອງເລືອດໃນເປັນໄປຢ່າງສະດວກ.

ຫຼຸດຄລໍເລສເຕີຣອລໃນເລືອດ: ເນື້ອໝາກກ້ຽງບໍ່ມີຄລໍເລສເຕີຣອລ, ແຕ່ວິຕາມິນ ແລະ ທາດຕ້ານອະນຸມູລອິດສະຫຼະທີ່ມີໃນເນື້ອໝາກກ້ຽງກໍ່ຍັງມີສ່ວນຊ່ວຍຫຼຸດຄລໍເລສເຕີຣອລໃນເລືຶອດໄດ້ ໂດຍທາດຕ້ານອະນຸມູນອິດສະຫຼະຈະເຂົ້າໄປປົກປ້ອງຫຼອດເລືອດເພື່ອບໍ່ໃຫ້ສີ່ງແປກປອມເຂົ້າມາເກາະ ແລະ ຕ້ານການເກີດໄຂມັນ.

ຫຼຸດຄວາມສ່ຽງພະຍາດໜີ້ວໃນໝາກໄຂ່ຫຼັງ: ມີການສຶກສາພົບວ່ານ້ຳໝາກກ້ຽງມີສ່ວນຊ່ວຍໃນການຫຼຸດໜີ້ວໃນໝາກໄຂຫຼັງ ໂດຍໂປແທສຊຽມໃນໝາກກ້ຽງຈະຊ່ວຍຢັບຢັ້ງການເກີດໜິ້ວຕ່າງໆໃນຮ່າງກາຍ ແລະ ຊ່ວຍໃຫ້ໜິ້ວຖືກຂັບຖ່າຍອອກມາພ້ອມຂອງເສີຍ, ຫຼຸດຄວາມສ່ຽງຕໍ່ການເກີດໜິ້ວອິກ.

ຊ່ວຍບຳລຸງຜິວ: ທາດຕ້ານອະນຸມຸນອິດສະຫຼະກັບວິຕາມິນຊີມີສ່ວນຊ່ວຍປົກປ້ອງຈຸລັງຜິວຈາການຖຶກແສງແດດທຳລາຍ, ປົກປ້ອງຜິວຈາກມົນລະຜິດ, ຊ່ວຍຫຼຸດການເກິດລີ້ວຮອຍ ແລະ ຊ່ວຍບໍາລຸງຈຸລັງຜິວໃຫ້ແຂງແຮງ ເຮັດໃຫ້ຜິວຊຸ່ມຊື່ນຕະຫຼອດເວລາ ເນື່ອງຈາກວິຕາມິນຊີເປັນທາດຕັ້ງຕົ້ນຂອງຄອລຈາເຈນນັ້ນເອງ.

ຫຼຸດຄວາມສ່ຽງຕໍ່ພະຍາດຈໍປະສາດຕາເສື່ອມ: ມີງານວິໄຈພົບວ່າ ພຽງກີນໝາກກ້ຽງວັນລະໜ່ວຍກໍ່ມີໂອກາດຊ່ວຍໃຫ້ປ້ອງກັນການເກີດພະຍາດຈໍປະສາດຕາເສຶ່ອມໄດ້.

ປ້ອງກັນພະຍາດມະເຮັງ: ໃນເນື້ອໝາກກ້ຽງມີທາດຕ້ານອະນຸມຸນອິດສະຫຼະປະເພດຟລາໂວນອຍດ໌ ຄ່ອນຂ້າງສູງ ເຊິ່ງທາດດັ່ງກ່າວມີຄຸນນະສົມບັດໃນການຊ່ວຍປ້ອງກັນການເກີດມະເຮັງລຳໄສ້ໃຫຍ່ໄດ້, ເນື້ອໝາກກ້ຽງຍັງອຸດົມໄປດ້ວຍໃຍອາຫານຈະຊ່ວຍຂັບເອົາຂອງເສີຍຕົກຄ້າງຢູ່ໃນລຳໄສ້ອອກມາຈຶ່ງຊ່ວຍຫຼຸດໂອກາດສ່ຽງຕໍ່ເປັນພະຍາດມະເຮັງລຳໄສ້ໃຫຍ່ໄດ້ອິກດ້ວຍ.

ຊວຍປ້ອງກັນສະໜອງຂາດເລຶອດ: ເກີດຈາກຫຼອດເລືອດຕິບ, ແຕກ, ຕັນ ເຊິ່ງການສຶກສາຈາກມູນລະນິທິພະຍາດຫົວໃຈຂອງອາເມລິກາ ພົບວ່າ ການຮັບປະທານໝາກກ້ຽງມີສ່ວນຊ່ວຍຫຼຸດຄວາມສ່ຽງຕໍ່ການເປັນພະຍາດນີ້.

ການປະກອບສ່ວນ