ອົ່ວດອກແຄ

Andy Souvanhphukdee
ດອກແຄມີລົດຊາດຂົມເປັນຢາ ຮັບປະທານໄດ້ ເປັນອາຫານທີ່ນິຍົມຂອງຄົນລາວແຕ່ເໜືອເຖິງໃຕ້ ແລະ ຍັງນຳມາເຮັດອາຫານໄດ້ຫຼາກຫຼາຍປະເພດ ບໍ່ວ່າຈະເປັນໜຶ້ງ, ຊຸບ ຫຼື ອົ່ວ.
ເຮືອນຄົວລາວ
https://www.google.com/search?q=%E0%BA%AD%E0%BA%BB%E0%BB%88%E0%BA%A7%E0%BA%94%E0%BA%AD%E0%BA%81%E0%BB%81%E0%BA%84&sxsrf=ACYBGNQU775WFDaiMB_FpqSTTd1mGqwMiw:1574387450023&source=lnms&tbm=isch&sa=X&ved=2ahUKEwia3sml2vzlAhWOF6YKHYHkD74Q_AUoAXoECAsQAw&biw=1280&bih=610&dpr=1.5#
Soukvimarn Cuisine Lao

ສ່ວນປະສົມ

  • ດອກແຄ 10 ດອກ
  • ເຂົ້າເບືອ 1 ບ່ວງແກງ (ຕຳລະອຽດ)
  • ຊີ້ນໝູບົດ 1 ຖ້ວຍນ້ອຍ
  • ເກືອ ½ ບ່ວງຊາ
  • ນ້ຳປາ ½ ບ່ວງຊາ
  • ຫົວຜັກບົ່ວ 2 ບ່ວງແກງ (ຊອຍ)
  • ຫອມບົ່ວ 2 ບ່ວງແກງ (ຊອຍ)
  • ໝາກເຜັດແຫ້ງ 3 ໜ່ວຍ
  • ຜັກຊີ 1 ຖ້ວຍນ້ອຍ (ຊອຍ)
  • ໄຂ່ 1 ໜ່ວຍ

ວິທີປຸງແຕ່ງ

  • ນຳດອກແຄມາລ້າງແລ້ວ ແກະເກສອນອອກໃຫ້ໝົດ
  • ໃສ່ໝາກເຜັດ, ຫົວຜັກບົ່ວ ລົງໃນຄົກຕຳໃຫ້ລະອຽດ
  • ໃສ່ໄຂ່, ຊີ້ໝູບົດ, ຜັກຊີ, ຫອມບົ່ວ, ໝາກເຜັດ, ຫົວຜັກບົ່ວ, ເຂົ້າເບືອ ລົງໃນຊາມ ແລະ ຄົນໃຫ້ເຂົ້າກັນ(ຖ້າຫາກເນື້ອຄຸ້ນຫຼາຍເກີນໄປ ໃສ່ນໍ້າເພີ່ມ 1 ບ່ວງແກງ)
  • ຕັກສ່ວນປະສົມທີ່ກຽມໄວ້ ໃສ່ໃນດອກແຄໃຫ້ຄົບທຸກດອກ
  • ຄ້າງໝໍ້ ເພື່ອນຳດອກແຄໄປໜຶ້ງ (ໃຊ້ເວລາປະມານ 15-20 ນາທີ)
  • ປິດໄຟ ຕັກອອກໃສ່ຖ້ວຍພ້ອມຮັບປະທານ

ຄຳແນະນຳ

ໃສ່ເສັ້ນລ້ອນ ແລະ ເຫັດ ເປັນສ່ວນປະສົມເພີ່ມເຕີມຖ້າຕ້ອງການ

ການປະກອບສ່ວນ