ໄຂ່ເຄັມ

Andy Souvanhphukdee
ໄຂ່ເຄັມ ເຮັດງ່າຍ, ສາມາດເກັບຮັກສາໄວ້ກີນດົນ ແລະ ສາມາດຮັບປະທານກັບອາຫານໄດ້ຫຼາຍເມນູ
ເຮືອນຄົວລາວ
https://www.tokopedia.com/eggsduc/telur-asin-bebek?m_id=7932515
PT Tokopedia

ສ່ວນປະກອບ
•  ໄຂ່ເປັດ ຫຼື ໄຂ່ໄກ່ 10 ໜ່ວຍ
•  ເກືອ 2 ຖ້ວຍນ້ອຍ 
•  ນ້ຳ 1 ລິດ
•  ກຽມ ໂຖແກ້ວ ຫຼື ພາຊະນະ ທີ່ມີຝາ ລ້າງໃຫ້ສະອາດເພື່ອໃສ່ໄຂ່ດອງ

ວິທີປຸງແຕ່ງ
1.  ລ້າງໄຂ່ໃຫ້ສະອາດ
2.  ເອົາເກືອປະສົມກັບນ້ຳ, ນຳໄປຕົ້ມໃຫ້ຝົດ ແລ້ວປົງລົງປະໄວ້ໃຫ້ນໍ້າອຸ່ນໆ
3.  ລຽງໄຂ່ໃສ່ໂຖແກ້ວ ຫຼື ພາຊະນະທີ່ກຽມໄວ້ ແລ້ວຖອກນ້ຳອຸ່ນທີ່ກຽມໄວ້ລົງໃສ່
4.  ຫາແນວມາເຕັງໃຂ່ໃນໂຖ ເພື່ອບໍ່ໃຫ້ໄຂ່ຟູຂຶ້ນພົ້ນນ້ຳ, ແລ້ວອັດຝາໃຫ້ແນ່ນ ປະໄວ້ປະມານ 15 ວັນ
5.  ນຳໄຂ່ເຄັມໄປຕົ້ມໃຫ້ສຸກເຮົາກໍ່ສາມາດຮັບປະທານໄດ້
ຂໍ້ມູນເພີ່ມເຕີມຈາກ ປຶ້ມອາຫານລາວ (ວິທີເຮັດອາຫານເກັບໄວ້ກິນດົນ)

ວີດີໂອແນະນຳຈາກ Khmer Dishes

ການປະກອບສ່ວນ