ໄຂ່ຈືນໃສ່ຜັກລະ
ຕົ້ນຜັກລະ ມັກພົບເຫັນຫຼາຍຢູ່ຕາມປ່າ ໂດຍສະເພາະພາກເໜືອຂອງລາວ, ສາມາດນຳມາປຸງແຕ່ງ ສຳລັບແກງ ຫຼື ຂົ້ວກໍ່ໄດ້ຕາມຕ້ອງການ, ສຳລັບໄຂ່ຈືນ ຖ້າໃສ່ຜັກລະຈະຊ່ວຍເພີ່ມຄວາມເຂັ້ມຂຸ້ນໃຫ້ລົດຊາດຫຼາຍຂຶ້ນ
ເຮືອນຄົວລາວ
meemalee.com
ສ່ວນປະສົມ
• ໄຂ່ 3 ໜ່ວຍ
• ກະທຽມຊອຍ 2 ບ່ວງແກງ
• ຜັກລະ (ຜັກຄະ) ຊອຍ 1 ຈອກກາເຟ
• ເກືອ ½ ບ່ວງຊາ
• ພິກໄທ ½ ບ່ວງຊາ
• ນ້ຳມັນ 4 ບ່ວງແກງ
ວິທີປຸງແຕ່ງ
• ທຸບໄຂ່ໃສ່ຖ້ວຍ ພ້ອມເກືອ ແລະ ພິກໄທ, ຄົນໃຫ້ເຂົ້າກັນ
• ຄ້າງໝໍ້ໃສ້ນໍ້າມັນ 2 ບ່ວງແກງ, ໃສ່ກະທຽມ ຂົ້ວຈົນກ່ວາຈະເປັນສີເຫຼືອງ ແລ້ວໃສ່ຜັກລະ ພ້ອມເກືອ ¼ ບ່ວງຊາ ຂົ້ວປະມານ 1 ນາທີ
• ຕັກຜັກອອກຈາກໝໍ້ ເພື່ອນຳມາປະສົມກັບໄຂ່
• ຄ້າງໝໍ້ອີກເທື່ອໜຶ່ງ ໃສ່ນ້ຳມັນ 2 ບ່ວງແກງ, ລໍຖ້າຈົນກ່ວານ້ຳມັນຈະຮ້ອນ ແລ້ວເທໄຂ່ລົງ. ຫຼັງຈາກທີ່ໄຂ່ເລີ່ມຟູແລ້ວ ໃຫ້ປ່ຽນດ້ານຈືນ ປະມານ 2 ເທື່ອ ຫຼື ອາດຈະດັນໄຂ່ເພື່ອໃຫ້ອາກາດອອກ
• ຕັກໃສ່ຈານ ພ້ອມຮັບປະທານ
ຂໍ້ມູນຈາກ ອາຫານພາກເໜືອລາວ ປຶ້ມສູດອາຫານເຮືອນພັກທ່າເຮືອ
ວີດີໂອຈາກ totikky tikky