ໄຂ່ຈືນໃສ່ຜັກລະ

Andy Souvanhphukdee
ຕົ້ນຜັກລະ ມັກພົບເຫັນຫຼາຍຢູ່ຕາມປ່າ ໂດຍສະເພາະພາກເໜືອຂອງລາວ, ສາມາດນຳມາປຸງແຕ່ງ ສຳລັບແກງ ຫຼື ຂົ້ວກໍ່ໄດ້ຕາມຕ້ອງການ, ສຳລັບໄຂ່ຈືນ ຖ້າໃສ່ຜັກລະຈະຊ່ວຍເພີ່ມຄວາມເຂັ້ມຂຸ້ນໃຫ້ລົດຊາດຫຼາຍຂຶ້ນ
ເຮືອນຄົວລາວ
http://www.meemalee.com/2009/04/recipe-acacia-omelette-cha-om-pom-pom.html
meemalee.com

ສ່ວນປະສົມ
  •  ໄຂ່ 3 ໜ່ວຍ
  •  ກະທຽມຊອຍ 2 ບ່ວງແກງ
  •  ຜັກລະ (ຜັກຄະ) ຊອຍ 1 ຈອກກາເຟ
  •  ເກືອ ½ ບ່ວງຊາ
  •  ພິກໄທ ½ ບ່ວງຊາ
  •  ນ້ຳມັນ 4 ບ່ວງແກງ

https://foodfromnorthernlaos.com/2010/09/16/acacia/
Kees Sprengers (Food from Northern Laos)

ວິທີປຸງແຕ່ງ
  •  ທຸບໄຂ່ໃສ່ຖ້ວຍ ພ້ອມເກືອ ແລະ ພິກໄທ, ຄົນໃຫ້ເຂົ້າກັນ
  •  ຄ້າງໝໍ້ໃສ້ນໍ້າມັນ 2 ບ່ວງແກງ, ໃສ່ກະທຽມ ຂົ້ວຈົນກ່ວາຈະເປັນສີເຫຼືອງ ແລ້ວໃສ່ຜັກລະ ພ້ອມເກືອ ¼ ບ່ວງຊາ ຂົ້ວປະມານ 1 ນາທີ
  •  ຕັກຜັກອອກຈາກໝໍ້ ເພື່ອນຳມາປະສົມກັບໄຂ່
  •  ຄ້າງໝໍ້ອີກເທື່ອໜຶ່ງ ໃສ່ນ້ຳມັນ 2 ບ່ວງແກງ, ລໍຖ້າຈົນກ່ວານ້ຳມັນຈະຮ້ອນ ແລ້ວເທໄຂ່ລົງ. ຫຼັງຈາກທີ່ໄຂ່ເລີ່ມຟູແລ້ວ ໃຫ້ປ່ຽນດ້ານຈືນ ປະມານ 2 ເທື່ອ ຫຼື ອາດຈະດັນໄຂ່ເພື່ອໃຫ້ອາກາດອອກ
  •  ຕັກໃສ່ຈານ ພ້ອມຮັບປະທານ

ຂໍ້ມູນຈາກ ອາຫານພາກເໜືອລາວ ປຶ້ມສູດອາຫານເຮືອນພັກທ່າເຮືອ
ວີດີໂອຈາກ totikky tikky

ການປະກອບສ່ວນ