ແກງເຫັດປວກໃສ່ຜັກໄຊ່

Keooudone Souvannakhoummane
ແກງເຫັດປວກໃສ່ຜັກໄຊ່ເປັນອາຫານພື້ນບ້ານ, ເປັນອາຫານຕາມລະດູການທີ່ເຫັດປວກອອກ, ກໍ່ຄ້າຍຄືກັບແກງເຫັດຊະນິດອື່ນໆ ແຕ່ເຫັດປວກຈະມີຣົດຫວານກວ່າເຫັດຊະນິດອື່ນ ແລະ ແຊບດີ.
ເຮືອນຄົວລາວ
photo by Keooudone Souvankhoummane
photo by Keooudone Souvankhoummane

ສ່ວນປະກອບ
ເຫັດປວກ (1-2 ກິໂລກຣາມ), ໝາກເຜັດຫວານ (1-2 ໜ່ວຍ), ຫົວສີໄຄ 1 ຫົວ, ຜັກໃຊ່ 2 ມັດ, ປາແດກ 1 ບ່ວງຊາ, ສະອິ້ວ 3 ບ່ວງຊາ, ຄະນໍ 1 ບ່ວງຊາ, ເກືອ ½ ບ່ວງຊາ ແລະ ນ້ຳ 1 ລິດ.

ວິທີປຸງແຕ່ງ

1.ລ້າງເຫັດປວກ, ໝາກເຜັດ, ຜັກໄຊ່, ຫົວສີໄຄ ແລ້ວແຊ່ນໍ້າໄວ້ປະມານ 2-3 ນາທີ
2.ເອົານ້ຳໃສ່ໜໍ້ແລ້ວຄ້າງໄວ້ ພ້ອມໃສ່ຫົວສີໄຄ ແລະ ໝາກເຜັດ ປະໄວ້ຈົນຟົດປະມານ 10-15 ນາທີ
3.ເມື່ອນ້ຳຮ້ອນ ຫຼື ຟົດແລ້ວ ໃຫ້ເອົາເຫັດໃສ່ລົງໃນໜໍ້
4.ໃສ່ເຄື່ອງປຸງ, ສະອິ້ວ, ຄະນໍ, ເກືອ ຫຼື ປາແດກ ລົງໄປໃນໜໍ້ແກງ ແລ້ວປະໄວ້ 10-15 ນາທີ.
5. ເມື່ອເຫັດສຸກແລ້ວໃຫ້ເອົາຜັກໄຊ່ລົງປະໄວ້ປະມານ 2-3 ນາທີ
6.ໂປງໜໍ້ແກ້ງລົງປະໄວ້ໃຫ້ເຢັນປະມານ 10 ນາທີ ຫຼື ຕັກໃສ່ຖ້ວຍພ້ອມຈັດໂຕະອາຫານໄດ້ເລີຍ.

ສູດອາຫານ ເອື້ອຍເກດສະລີນ ແລະ ດວງນະພາ

ການປະກອບສ່ວນ