ແກງຫົວຕານ

Andy Souvanphakdy
ແກງຫົວຕານ ລົດຊາດຂົມອ່ອນໆ ແຕ່ແຊບ
ເຮືອນຄົວລາວ
phakhaolao.la
phakhaolao.la


ສ່ວນປະກອບ

  • ໝາກຕານອ່ອນ 10 ໝາກ
  • ກະດູກໝູ ຕາມໃຈມັກ
  • ເຂົ້າເບືອ 1 ກຳມື
  • ນໍ້າຢານາງ  2 ຖົງ
  • ຜັກນາງຕູ່ 7-10 ຕົ້ນ
  • ຫອມບົ່ວໃບ 7-10 ຕົ້ນ
  • ຫົວສີໄຄ 3 ຫົວ
  • ໝາກເຜັດດິບ 5-7 ໝາກ
phakhaolao.la

 

ວິທີປຸງແຕ່ງ

  1. ແກະກາບໝາກຕານອອກ ປອກເປືອກທາງຂ້າງອ້ອມໆບໍລິເວນຫົວອອກ ແລ້ວຊອຍເອົາຫົວ ແລະ ດັງ ຂອງໝາກຕານ ຊອຍຂະໜາດຕາມໃຈມັກ(ຊອຍໃສ່ນໍ້າ ເພື່ອບໍໃຫ້ຫົວຕານດຳ)
  2. ຕົ້ມນໍ້າໃຫ້ຟົດດີ ເອົາຫົວຕານໄປຕົ້ມ ປະມານ 1 ຊົ່ວໂມງ ຫລື ຕົ້ມຈົນກວ່າຈະຈືດ(ຄືກັບຕົ້ມໜໍ່ໄມ້) ແລ້ວຕັກອອກໄວ້
  3. ຕົ້ມນໍ້າຢານາງໃຫ້ຟົດດີ ແລ້ວໃສ່ຫົວສີໄຄ ລໍຖ້າ 1-2 ນາທີ ກໍ່ຕາມດ້ວຍກະດູກໝູ,ຕົ້ມໄປເລື້ອຍໆຈົນກວ່າໝູສຸກດີ
  4. ໃສ່ຫົວຕານລົງໄປ ຕົ້ມອີກປະມານ 10-15 ນາທີ
  5. ໃສ່ເຂົ້າເບືອ ແລະ ໝາກເຜັດ, ປຸງລົດດຕາມໃຈມັກ  ແລ້ວໃສ່ຜັກນາງຕູ່ ແລະ ຫອມບົ່ວໃບ ເພື່ອເພີ່ມກິ່ນຫອມຂອງແກງ ແຊບໆ ຄົນໃຫ້ເຂົ້າກັນ ແລ້ວປົງໄດ້ເລີຍ
  6. ຕັກໃສ່ຖ້ວຍພ້ອມຮັບປະທານກັບເຂົ້າໜຽວຮ້ອນໆ

ແນະນຳ: 

  • ແນະນຳໃຫ້ໃສ່ຖົງມື ເວລາຊອຍຫົວຕານ ມືຈຶ່ງບໍ່ດຳ
  • ນອກຈາກຈະແກງແລ້ວ ໝາກຕານອ່ອນໆຍັງສາມາດນຳມາເຜົາໄຟ ແລ້ວກິນກັບແຈ່ວປາແດກ ຫຼື ປົ່ນ ກໍແຊບດີ
     
ການປະກອບສ່ວນ