ແກງຍອດພ້າວ

Kedsalin
ແກງຍອດພ້າວ ອາຫານບ້ານນາ
ເຮືອນຄົວລາວ
phakhaolao.la
phakhaolao.la

ສ່ວນປະກອບ

  • ຍອດພ້າວ 1 ຍອດນ້ອຍ
  • ກະດູກໝູຕາມຕ້ອງການ
  • ນໍ້າຢານາງ 2 ຖົງ
  • ເຫັດຂອນຂາວ 3 ຂີດ
  • ຜັກນາງຕູ່ 1 ມັດ
  • ຫອມບົ່ວໃບ 1 ມັດ
  • ເຂົ້າເບືອ 1 ກຳມື
  • ຫົວສີໄຄ 3 ຫົວ
  • ໝາກເຜັດດິບ 5 ໝາກ

ວິທີປຸງແຕ່ງ

  1. ຊອຍຍອດພ້າວຂະໜາດຕາມໃຈມັກ
  2. ຕົ້ມນໍ້າຢານາງໃຫ້ຟົດດີ ແລ້ວໃສ່ຫົວສີໄຄ ລໍຖ້າ 1-2 ນາທີ ກໍ່ຕາມດ້ວຍກະດູກໝູ,ຕົ້ມໄປເລື້ອຍໆຈົນກວ່າໝູສຸກດີ
  3. ໃສ່ເຫັດຂອນຂາວ ແລະ ຍອດພ້າວ ຕົ້ມອີກປະມານ 15-20 ນາທີ
  4.  ໃສ່ເຂົ້າເບືອ ແລະ ໝາກເຜັດ, ປຸງລົດຕາມໃຈມັກ ແລ້ວ ກໍ່ຕາມດ້ວຍຜັກນາງຕູ່ ແລະ ຫອມບົ່ວໃບ  ຄົນໃຫ້ເຂົ້າກັນ
  5. ຕັກໃສ່ຖ້ວຍພ້ອມຮັບປະທານ
     
ການປະກອບສ່ວນ